ເຄືອເອັນອ່ອນ / Wel Rukattana

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cryptolepis dubia (Burm.f.) M.R.Almeida / Apocynaceae
ຊື່ພ້ອງ
Periploca dubia Burm.f.
Nerium reticulatum Roxb.
Cryptolepis reticulata (Roth) Wall. ex Steud.
Cryptolepis buchananii Roem. & Schult.
ຊື່ອື່ນ
ລາວ: ເຄືອເອັນອ່ອນ, ຕີນເປັດເຄືອ
ໄທ: ເຂົາເອັນອ່ອນ,ໝໍຕີນເປັດ, ເຄືອເຂົາເອັນ,ຕີນເປັດເຄືອ
ຈີນ: ກູ່ໂກວເຖີງ
ບັນຍາຍລັກສະນະພືດສາດ

ເປັນພືດປະເພດເຄືອ ເລືອພາດພັນກັບຕົ້ນໄມ້ອືນ ເປັນໄມ້ເລືອຈຳພວກເຄືອເນື້ອແຂງ, ເຄືອລໍຕົ້ນກົມ, ເປືອກເຄືອລຽບໜາເປັນສີນໍ້າຕານອົບສີດຳ ຫຼື ເປັນສີແດງເຂັ້ມ ຍາວປະມານ 4-5 ແມັດ, ມີຢາງສີຂາວ, ໃບດຽ່ວປົ່ງກົງກັນຂ້າມກັນ ລັກສະນະຂອງໃບເປັນຮູບໄຂ່ ປາຍໃບມົນມີຫາງສັ້ນ, ກົກໃບສອບສ່ວນຂອບໃບຮຽບ, ໃບມີຂະໜາດກວ້າງປະມານ 3-8 ຊມ ແລະ ຍາວປະມານ 5-18 ຊມ, ແຜນໃບຂ້ອນຂ້າງໜາ, ຫຼັງໃບລຽບເປັນມັນ ແລະ ມື້ນ, ກ້ານໃບສັ້ນຍາວໄດ້ປະມານ 0.5-1 ຊມ, ອອກດອກເປັນຊໍ່ຕາມຊອກໃບ, ດອກຍອຍເປັນສີເຫຼືອອ່ອນ ຫຼື ສີຂາວອົມເຫຼືອງມີ 5 ກີບ,ກົກກີບດອກຊໍ່ຕິດກັນ ສ່ວຍກີບລ້ຽງດອກເປັນສີຂຽວມີ 5 ກີບ. ອອກໝາກເປັນຝັກ ລັກສະນະຂອງຝັກເປັນຮູບທຸງກະສວຍກົມຍາວປະມານ 6.5-10 ຊມ ແລະ ມີຂະໜາດເສັ້ນຜ່າສູນກາງປະມານ 1-2 ຊມ ໝາກມີເນື້ອແຂງກົກໝາກຕິດກັນ, ແຕ່ພໍ່ເປັນໝາກແກ່ຈະແຕກອ້າອອກ.

ບັນຍາຍການນຳໃຊ້

ຮາກ, ເຄືອ ແລະ ໃບມີລົດຂົມເບື່ອ ເປັນຢາເຢັນ ແລະ ໃຊ້ເປັນຢາຟອກເລືອ, ເຄືອນຳມາຕົ້ມເປັນຢາບໍາລຸງເສັ້ນໃຫ້ແຂງແຮງ, ແກ້ເສັ້ນເອັນພິການ, ເສັ້ນແຂງ, ແກ້ອາການປວດເມືອຍເສັ້ນເອັນ, ແກ້ອາການປວດປວມ, ປວດເມືອຍຕາມຮ່າງກາຍ. ແກ່ນມີລົດຂົມເມົາເປັນຢາຂັບລົມໃນລຳໃສ້ ແລະ ໃນກະເພາະອາຫານ. ໃບ ແລະ ເຄືອເປັນຢາບໍາລຸງເສັ້ນເອັນ, ແກ້ອາການປວດເມືອຍ ໂດຍໃບມີລົດເບື່ອ, ໃຊ້ເຮັດເປັນລູກປະຄົບດ້ວຍການນຳໃບມາຕໍ່າໃຫ້ລະອຽດ ແລ້ວນຳມາຫໍ່ກັບຜ້າເຮັດເປັນລູກປະຄົບແກ້ເມືອ, ແກ້ອາການປວດເສັ້ນປວດເອັນ, ຊ່ວຍຄາຍເສັ້ນເອັນເຮັດໃຫ້ເສັ້ນເອັນທີ່ຕືງຍືດຫຍ່ອນ.ເຄືອເອັນອ່ອນເປັນສະໜຸນໄພທີ່ຖືກນຳມາໃຊ້ໃນສູດຢາອົບສະໜຸນໄພເພື່ອສຸຂະພາບ ໂດຍໃຊ້ເປັນສ່ວນປະກອບເພີ່ມເຕີ່ມຈາກສູດຢາຫຼັກ. ນອກຈາກຈະໃຊ້ເປັນຢາສະໜຸນໄພແລ້ວ ໃນປະຈຸບັນຍັງພົບວ່າມີການນຳມາປູກເປັນໄມ້ປະດັບບ້ານກັນຫຼາຍຂື້ນອີກດ້ວຍ.

ການປະກອບສ່ວນ