ເຄືອເອັນອ່ອນ / Wel Rukattana
APA 6th ed. ເຄືອເອັນອ່ອນ / Wel Rukattana. (2019, April 3). Retrieved from https://www.phakhaolao.la/index.php/kb/0000354
MLA 8th ed. ເຄືອເອັນອ່ອນ / Wel Rukattana. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000354.
Chicago 17th ed. Pha Khao Lao. 2019. "ເຄືອເອັນອ່ອນ / Wel Rukattana." Published April 3, 2019. https://www.phakhaolao.la/index.php/kb/0000354.
Nerium reticulatum Roxb.
Cryptolepis reticulata (Roth) Wall. ex Steud.
Cryptolepis buchananii Roem. & Schult.
ໄທ: ເຂົາເອັນອ່ອນ,ໝໍຕີນເປັດ, ເຄືອເຂົາເອັນ,ຕີນເປັດເຄືອ
ຈີນ: ກູ່ໂກວເຖີງ
ເປັນພືດປະເພດເຄືອ ເລືອພາດພັນກັບຕົ້ນໄມ້ອືນ ເປັນໄມ້ເລືອຈຳພວກເຄືອເນື້ອແຂງ, ເຄືອລໍຕົ້ນກົມ, ເປືອກເຄືອລຽບໜາເປັນສີນໍ້າຕານອົບສີດຳ ຫຼື ເປັນສີແດງເຂັ້ມ ຍາວປະມານ 4-5 ແມັດ, ມີຢາງສີຂາວ, ໃບດຽ່ວປົ່ງກົງກັນຂ້າມກັນ ລັກສະນະຂອງໃບເປັນຮູບໄຂ່ ປາຍໃບມົນມີຫາງສັ້ນ, ກົກໃບສອບສ່ວນຂອບໃບຮຽບ, ໃບມີຂະໜາດກວ້າງປະມານ 3-8 ຊມ ແລະ ຍາວປະມານ 5-18 ຊມ, ແຜນໃບຂ້ອນຂ້າງໜາ, ຫຼັງໃບລຽບເປັນມັນ ແລະ ມື້ນ, ກ້ານໃບສັ້ນຍາວໄດ້ປະມານ 0.5-1 ຊມ, ອອກດອກເປັນຊໍ່ຕາມຊອກໃບ, ດອກຍອຍເປັນສີເຫຼືອອ່ອນ ຫຼື ສີຂາວອົມເຫຼືອງມີ 5 ກີບ,ກົກກີບດອກຊໍ່ຕິດກັນ ສ່ວຍກີບລ້ຽງດອກເປັນສີຂຽວມີ 5 ກີບ. ອອກໝາກເປັນຝັກ ລັກສະນະຂອງຝັກເປັນຮູບທຸງກະສວຍກົມຍາວປະມານ 6.5-10 ຊມ ແລະ ມີຂະໜາດເສັ້ນຜ່າສູນກາງປະມານ 1-2 ຊມ ໝາກມີເນື້ອແຂງກົກໝາກຕິດກັນ, ແຕ່ພໍ່ເປັນໝາກແກ່ຈະແຕກອ້າອອກ.
ຮາກ, ເຄືອ ແລະ ໃບມີລົດຂົມເບື່ອ ເປັນຢາເຢັນ ແລະ ໃຊ້ເປັນຢາຟອກເລືອ, ເຄືອນຳມາຕົ້ມເປັນຢາບໍາລຸງເສັ້ນໃຫ້ແຂງແຮງ, ແກ້ເສັ້ນເອັນພິການ, ເສັ້ນແຂງ, ແກ້ອາການປວດເມືອຍເສັ້ນເອັນ, ແກ້ອາການປວດປວມ, ປວດເມືອຍຕາມຮ່າງກາຍ. ແກ່ນມີລົດຂົມເມົາເປັນຢາຂັບລົມໃນລຳໃສ້ ແລະ ໃນກະເພາະອາຫານ. ໃບ ແລະ ເຄືອເປັນຢາບໍາລຸງເສັ້ນເອັນ, ແກ້ອາການປວດເມືອຍ ໂດຍໃບມີລົດເບື່ອ, ໃຊ້ເຮັດເປັນລູກປະຄົບດ້ວຍການນຳໃບມາຕໍ່າໃຫ້ລະອຽດ ແລ້ວນຳມາຫໍ່ກັບຜ້າເຮັດເປັນລູກປະຄົບແກ້ເມືອ, ແກ້ອາການປວດເສັ້ນປວດເອັນ, ຊ່ວຍຄາຍເສັ້ນເອັນເຮັດໃຫ້ເສັ້ນເອັນທີ່ຕືງຍືດຫຍ່ອນ.ເຄືອເອັນອ່ອນເປັນສະໜຸນໄພທີ່ຖືກນຳມາໃຊ້ໃນສູດຢາອົບສະໜຸນໄພເພື່ອສຸຂະພາບ ໂດຍໃຊ້ເປັນສ່ວນປະກອບເພີ່ມເຕີ່ມຈາກສູດຢາຫຼັກ. ນອກຈາກຈະໃຊ້ເປັນຢາສະໜຸນໄພແລ້ວ ໃນປະຈຸບັນຍັງພົບວ່າມີການນຳມາປູກເປັນໄມ້ປະດັບບ້ານກັນຫຼາຍຂື້ນອີກດ້ວຍ.