ໝາກທຸ້ມ / Wild Raspberry

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Rubus pluribracteatus L.T.Lu & Boufford / Rosaceae
ຊື່ພ້ອງ
Rubus andropogon H.L‚v.
Rubus clinocephalus Focke
Rubus major Focke
Rubus mallodes Focke
Rubus multibracteatus H.L‚v. & Vaniot
Rubus pluribracteatus var. pluribracteatus
ຊື່ອື່ນ
ລາວ: ໝາກທຸ້ມ
ໄທ: ມະຕາປູ, ໝາມຄາຍປູ່, ຟ້າແລບ, ມາຣູຄາຍປູ່
ອັງກິດ: raspberry
Viet: Hoa Hồng
ບັນຍາຍລັກສະນະພືດສາດ

ຕົ້ນໝາກທຸ້ມ ເປັນພືດປະເພດເຄືອພຸ່ມ ທີ່ມີຄວາມສູງ 2-3 ມ, ໜ້າຕັດຂອງລໍາແຕ່ 0.4-1 ຊມ, ລໍາຕົ້ນມີໝາມແຂງຫ່າງໆ, ໝາມເກີດມາຈາກເປືອກ, ເປືອກສີໝອກ ແລະ ລອກອອກໄດ້. ໝໍ່ອ່ອນກິນໄດ້ມີລົດຫວານ ແລະ ຝາດ ເປັນຢາກິນແກ້ຫິວນໍ້າ. ໃບດ່ຽວຮຽງສະຫລັບ, ຂອບໃບເປັນແສກແບບຝາມື ( palmatifid), ເນື້ອໃບໝານຸ້ມ, ຜີວໃບມີຂົນນຸ້ມທັງ 2 ດ້ານ, ໜ້າໃບສີຂຽວເຂັ້ມ, ຫຼັງໃບສີຂາວແກມໝອກ ແລະ ມີຄາບຂາວປົກຄຸມທົ່ວແຜ່ນໃບ. ຂອບໃບເປັນແສກຕື້ນແບບແຂ້ວເລື່ອ ປາຍໃບແຫຼມ, ກົກໃບວໍ້າເລີກຄືຫົວລູກສອນ (hastate), ໃບຍາວ 5-10 ຊມ. ກວ້າງ 5-10 ຊມ. ມີເສັ້ນກ່າງໃບ 4-5 ເສັ້ນ ທີ່ເກີດມາຈາກກົກໃບ, ກ້ານໃບຍາວ 5-7 ຊມ. ກ້ານໃບມີຂົນອ່ອນ ແລະ ມີໝາມ. ຊໍ່ດອກເປັນຊໍ່ກະຈຸກ ເກີດທີ່ງ່າໃບ ດອກສົມມະມາດແນວລັດສະໝີ ມີກາບດອກ 5 ກີບ ແລະ ກີບດອກ 5 ກີບ, ດ້ານນອກກີບດອກມີຂົນສັ້ນນຸ້ມສີໝອກປົກຄຸມຢ່າງໜາແໜ້ນ. ຮັງໄຂ່ສູງ ປະມານ 0.2-0.4 ຊມ. ປາຍຮັງໄຂ່ມົນຄືເຕົ້ານົມ. ອອກດອກ ເດືອນ 5-6, ໝາກມີເນື້ອຫຼາຍແກ່ນ ໝາກມົນ, ສີແດງເຂັ້ມ ແລະ ມີຂົນສີນໍ້າຕານໄໝ້, ເສັ້ນຜ່າກາງ ປະມານ 1-1.3 ຊມ. ສູງ 0.4-1 ຊມ. ໝາກແກໃນເດອືນ 6-9 ໝາກສາມາດກິນໄດ້ ມີລົດຫວານ-ສົ້ມ.

ບັນຍາຍການນຳໃຊ້

ໝາກຂອງມັນກິນໄດ້ ມີລົດຊາດຫວານ, ຄ້າຍຄື ໝາກຣັດສະເບີຣີ (raspberry) ຂອງຢູ່ໂຣບ ໃບ ແລະ ຍອດອ່ອນ ກໍ່ສາມາດນໍາໄປປຸງແຕ່ງອາຫານປະເພດຕ່າງໆໄດ້. ຢູ່ຜົ້ງສາລີໃບຂອງມັນໃຊ້ເປັນສ່ວນປະກອບໃນການປຸງແຕ່ງເຫຼົ້າຂາວໃຫ້ມີສີຂຽວ.

ການປະກອບສ່ວນ