ຕົ້ນໝາກເຍົາ / Bubble Bush
APA 6th ed. ຕົ້ນໝາກເຍົາ / Bubble Bush. (2022, August 1). Retrieved from https://www.phakhaolao.la/index.php/kb/0000303
MLA 8th ed. ຕົ້ນໝາກເຍົາ / Bubble Bush. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000303.
Chicago 17th ed. Pha Khao Lao. 2022. "ຕົ້ນໝາກເຍົາ / Bubble Bush." Published August 1, 2022. https://www.phakhaolao.la/index.php/kb/0000303.
Curcas adansonii Endl.
Curcas curcas (L.) Britton & Millsp.
Curcas drastica Mart.
Curcas indica A.Rich.
Curcas lobata Splitg. ex Lanj.
Curcas purgans Medik.
Curcas purgans Medic.
Jatropha acerifolia Salisb.
Jatropha afrocurcas Pax
Jatropha condor Wall.
Jatropha curcas var. rufa McVaugh
Jatropha edulis Sessé
Jatropha yucatanensis Briq.
Manihot curcas (L.) Crantz
ໄທ: ສະບູ່ດຳ, ລະຫຸ່ງຮົ້ວ, ສະບູ່ຫົວເທດ, ສະລອດປ່າ, ສະລອດດຳ, ສລອດໃຫຍ່, ສີຫຼອດ, ມະເຍົາ, ໝັກເຍົາ, ມະຫົວ, ມະໂຫ່ງ, ຫົກເທກ
ຈີນ: ມົ່ວຮອງຊີວ, ໝາຟົ່ງສູ້
ພະມ້າ: ທະວອງ
ຍີ່ປຸ່ນ: ບູຣາສີຣີ
Eng: physic nut, Barbados nut, poison nut, bubble bush or purging nut
ພືດລຳໄມ້ຍາວນານ, ຂະໜາດນ້ອຍ, ເປັນຟຸ່ມ, ສູງ 2–5 ແມັດ, ລຳຕົ້ນອອກສີຂຽວມີຈຸດຂາວຢັ່ງຢາຍຢູ່ຕາມເປືອກນອກ. ໃບ: ແມ່ນໃບປະເພດດ່ຽວ ສັບຊ້ອນແບບສະຫຼັບຈັບຢູ່ຕາມງ່າ. ເນື້ອໃບມີຂະໜາດກວ້າງ 14–15 ຊັງຕີແມັດ, ມີຮູບຈ່າງອອກຄືຕີນເປັດ, ແຄມເນື້ອໃບເປັນວັກ ( 5 ວັກ ). ເນື້ອໃບເບື້ອງເທີງມີສີຂຽວເຂັ້ມກວ່າເບື້ອງລຸ່ມ. ກ່າງໃບອອກຈາກຈຸດດຽວກັນ, ມີ 5-7 ກ່າງ. ກ້ານໃບກົມ, ຍາວ 18 - 20 ຊັງຕີແມັດ. ດອກ: ອອກເປັນພົ້ວແບບສຸດເປັນ, ຈັບຢູ່ຂ້າງງ່າ ແລະ ຢູ່ຍອດ, ແມ່ນດອກປະເພດ 5 , ດອກສະໝ່ຳສະເໝີ ແລະ ເປັນດອກທີ່ມີເພດແຍກພາຍໃນຕົ້ນດຽວ. ຢູ່ຂ້າງໃນຂອງກີບດອກມີຂົນແຈກຢາຍທົ່ວໄປ, ດອກມີສີເຫຼືອງອ່ອນໆ ແລະ ມີເຕົ້າໄຂ່ຈັບເທີງສຳລັບດອກແມ່. ໝາກ: ມີສີຂຽວແມ່ນປະເພດໝາກເນື້ອ, ຮູບກົມ, ມົນ ແລະ ແບ່ງເປັນ 3 ແງ່ມ. ແຕ່ລະໝາກບັນຈຸແກ່ນ 3 ເມັດ, ແກ່ນມີຮູບກົມຍາວ, ຮູບໄຂ່ ລວງຍາວ 1–2 ຊັງຕີແມັດ. ແກ່ນບັນຈຸນ້ຳມັນ ຊື່ງເປັນທາດເບື່ອ. ໝົດທຸກພາກສ່ວນຂອງຕົ້ນບັນຈຸທາດຢາງໄສໆ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ທະວີບອາເມລິກາເຂດຮ້ອນ ແລະ ຊຸ່ມ. ປະຈຸບັນເກີດທົ່ວໄປ, ມັກບ່ອນຮົ່ມສົມຄວນ. ລະດູອອກດອກແມ່ນແຕ່ເດືອນພຶດສະພາ ຫາ ເດືອນ ສິງຫາ
ຢາງຈາກກ້ານໃບນຳມາທາປາກຊ່ວຍຮັກສາໂຣກປາກນົກກະຈອກ, ໃບໃຊ້ຕົ້ມນ້ຳກິນເປັນຢາຟອກເລືອດ, ກິ່ງກ້ານນຳມາທຸບໃຊ້ສີແຂ້ວຊ່ວຍແກ້ອາການເຫງືອກບວມອັກເສບໄດ້, ແກ້ອາການລີ້ນເປັນຝ້າຂາວລະອອງໂດຍໃຊ້ຢາງຈາກກ້ານໃບນຳມາປະສົມກັບນ້ຳນົມແມ່ແລ້ວນຳມາທາລີ້ນ, ລຳຕົ້ນຕັດເປັນທ່ອນແລ້ວຕົ້ມກັບນ້ຳໃຫ້ເດັກກິນແກ້ຊາງ, ຮາກຕົ້ມກັບນ້ຳກິນເປັນຢາແກ້ຖອກທ້ອງ, ໃຊ້ເປັນຢາລະບາຍ, ໝາກໃຊ້ຮັບປະທານເປັນຢາແກ້ບິດ ແລະ ຊ່ວຍແກ້ຖອກທ້ອງໄດ້ເຊັ່ນດຽວກັນກັບຮາກ ແລະ ໃບ