ຕົ້ນໝາກເຟືອງ / Star Fruit

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Averrhoa carambola L. / Oxalidaceae
ຊື່ພ້ອງ
Averrhoa acutangula Stokes
Sarcotheca philippica (Villar) Hallier f.
ຊື່ອື່ນ
ລາວ: ຕົ້ນໝາກເຟືອງ
ໄທ: ມະເຟືອງ, ເຟືອງ
Chinese: 阳桃 [yang tao]
ບັນຍາຍລັກສະນະພືດສາດ

ລຳໄມ້ຢືນຕົ້ນຂະໜາດກາງ, ສູງເຖີງ 10 ແມັດ, ລຳຕົ້ນແຂງແກ່ນ, ເປືອກບໍ່ກ້ຽງມີຕູດມີຕຸ່ມທົ່ວ, ເປືອກມີສີຊ້ຳ, ສ່ວນລຳ ແລະ ກິ່ງອ່ອນມີຂົນຫຸ້ມ. ໃບແມ່ນໃບປະສົມ, ຍາວ 5–17,5 ຊັງຕີແມັດ, ຈັບແບບສະຫຼັບຢູ່ຕາມກິ່ງ, ກ້ານໃບມີຂົນອ່ອນຫຸ້ມທົ່ວ, ຍາວ 1–2,50 ຊັງຕີແມັດ, ຕີນຂອງກ້ານໃບເປັນເປົ້າ. ແຕ່ລະໃບປະກອບດ້ວຍບິ້ງໃບ (ໃບຍ່ອຍ) 5–8 ຄູ່. ສ່ວນປາຍໃບຈະມີໃບດ່ຽວ, ຂອບໃບລຽບ ແລະ ມີຂົນລຽບຕາມຂອບ. ຜິວໃບເບື້ອງເທີງກ້ຽງ. ສ່ວນເບື້ອງລຸ່ມມີຂົນບາງໆ. ດອກອອກເປັນພວງສັບສົນຂະໜາດນ້ອຍຈັບຢູ່ຕາມຊອກໃບ, ຕາມງ່າ ແລະ ລຳຕົ້ນ, ແມ່ນດອກປະເພດ 5, ກາບດອກອອກດອກສີແດງ, ກີບດອກອອກສີມ່ວງປະສົມສີບົວ, ເຕົ້າໄຂ່ມີ 5 ຫ້ອງ. ໝາກແມ່ນປະເພດໝາກເນື້ອ, ຍາວ 5–14 ຊັງຕີແມັດ, ເປັນຫຼ່ຽມ, ມີ 5 ຫຼ່ຽມ, ແກ່ນເປັນຮູບສ້ວຍແປ, ມີ 4–5 ເມັດຕໍ່ໝາກ.

ບັນຍາຍການນຳໃຊ້

ຮາກໝາກເຟືອງນຳມາຕົ້ມນ້ຳດື່ມຊ່ວຍບັນເທົາອາການປວດຂໍ້ຕ່າງໆຕາມຮ່າງກາຍ, ບັນເທົາອາການປວດແສບໃນກະເພາະອາຫານ, ບັນເທົາອາການປວດຫົວ, ດັບພິດຮ້ອນໃນຮ່າງກາຍ ແລະ ບັນເທົາອາການຖອກທ້ອງ. ໃບໝາກເຟືອງສົດຊ່ວຍຮັກສາຕຸ້ມອີສຸກອີໄສຕາມຮ່າງກາຍດ້ວຍການນຳໃບສົດມາຕຳແລ້ວນຳມາພອກ, ຊ່ວຍຮັກສາຂີ້ກາກ, ຂີ້ເຮື້ອນ, ຊ່ວຍແກ້ຜື່ນຄັນ, ຮັກສາອາຫານຕຸ່ມຄັນຕາມລຳຕົວໂດຍການນຳໃບມາຕົ້ມນ້ຳອາບ.

ການປະກອບສ່ວນ