ໄມ້ມຸກ / Latax Wood Tree

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Wrightia arborea (Dennst.) Mabb. / Apocynaceae
ຊື່ພ້ອງ
Beaumontia wallichii (A.DC.) Walp.
Chonemorpha vestita G.Don
Echites tomentosus Roth
Echites vestitus Roem. & Schult.
Hunteria eugeniifolia Wall. ex G.Don
Nerium coraea Buch.-Ham. ex A.DC.
Nerium tomentosum (Roem. & Schult.) Roxb.
Periploca arborea Dennst.
Wrightia coalita Buch.-Ham. ex Dillwyn
Wrightia coraia Wall. ex A.DC.
Wrightia hamiltoniana Wall.
Wrightia mollissima A.DC.
Wrightia mollissima Wall.
Wrightia pubescens Roth
Wrightia rheedei Kostel.
Wrightia tomentosa Roem. & Schult.
Wrightia wallichii A.DC.
ຊື່ອື່ນ
Thai: Mok
Chinese: 胭木 [yan mu]
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 20 ມ. ກີ່ງງ່າເປັນສີເທົາ ຫຼື ສີນ້ຳຕານ, ມີຂົນ, ເປັນລາຍ. ກ້ານໃບຍາວ 2-10 ມມ, ແຜ່ນໃບ ຮູບຮີ ຫຼື ຮູບໄຂ່-ຮູບໄຂ່ກັບ, ຂະໜາດ 6-18 × 3-8.5 ຊມ, ມີຂົນອ່ອນນຸ້ມ, ຫຼື ກ້ຽງດ້ານເທີງ, ມີຂົນໜາດດ້ານລຸ່ມ, ເສັ້ນໃບ 10-15 ຄູ່. ດອກອອກເປັນຊໍ່ແບບກະຈະ, ມີຂົນໜານຸ້ມ, ກ້ານຊໍ່ດອກຍາວ 2 ຊມ, ກ້ານດອກ 1-1.5 ຊມ, ກາບດອກຮູບໄຂ່ ຫຼື ຮູບໄຂ່ກວ້າງ, ປະມານ 3 ມມ. ວົງກິບດອກສີເຫຼືອງ, ສີບົວ, ເກສອນເປັນວົງ, ຫຼອດ 3-7 ມມ, ກ້ຽງ, ແສກຮູບຮີ ຫຼື ຮູບໄຂ່, ຂະໜາດ 0.8-1.6 ຊມ, ມີຂົນອ້ອມເປັນຝອຍໆ. ວົງເປັນເກັດ 10 ອັນ. ສັ້ນກວ່າຮູບໄຂ່. ກ້ຽງດ້ານໃນ, ປາຍເປັນແຂ້ວເລື້ອຍ. ໄຂ່ຕິດກັນສອງອັນ. ໝາກສອງອັນຕິດກັນ, ຮຽວຍາວ,14-21 × 3-4 ຊມ, ເປັນລາຍ. ເມັດຮູບຮີ-ຮູບກະສ້ວຍ ປະມານ 2 ຊມ, ຂົນຝອຍ 3.5 ຊມ.

ບັນຍາຍການນຳໃຊ້

ເປືອກຂອງລຳຕົ້ນ ແລະ ຮາກສາມາດນຳໃຊ້ເປັນຢາຖອນຜິດງູກັດ ແລະ ຜິດແມງງອດ, ເປືອກຍັງໃຊ້ການຮັກສາພະຍາດໝາກໄຂ່ຫຼັງ. ສານກລູໂຄໄຊດ໌ສາມາດນຳໃຊ້ເພື່ອຍ້ອມຜ້າ ສາມາດສະກັດໄດ້ຈາກເມັດ, ຮາກ ແລະ ໃບ. ເນື້ອໄມ້ເບົາສາມາດເຮັດເຄື່ອງໃຊ້ໄດ້ຫຼາຍຊະນິດເຊັ່ນ: ການເກາະສະລັກ ແລະ ຍັງໃຊ້ສຳຫຼັບງານກໍ່ສ້າງທົ່ວໄປ ແລະ ຍັງສາມາດນຳໃຊ້ເປັນພື້ນເກິບ, ກ້ອງບັນຈຸເຄື່ອງອື່ນໆ.

ການປະກອບສ່ວນ