ໄມ້ກໍ່ສາ / Pig Oak Tree
APA 6th ed. ໄມ້ກໍ່ສາ / Pig Oak Tree. (2019, May 22). Retrieved from https://www.phakhaolao.la/index.php/kb/0000227
MLA 8th ed. ໄມ້ກໍ່ສາ / Pig Oak Tree. Pha Khao Lao, 22 May 2019, https://www.phakhaolao.la/index.php/kb/0000227.
Chicago 17th ed. Pha Khao Lao. 2019. "ໄມ້ກໍ່ສາ / Pig Oak Tree." Published May 22, 2019. https://www.phakhaolao.la/index.php/kb/0000227.
Quercus aliena subsp. griffithii (Hook.f. & Thomson ex Miq.) Phengklai
Vietnamese name: Sồi lá to; Sồi griffith; dẻ lá to
ເປັນໄມ້ຢືນຕົ້ນ ສູງ 25 ມ, ເປັນໄມ້ປ່ຽນໃບ. ກີ່ງງ່າສີເຫຼືອງປົນສີເທົາ, ມີຂົນໜາແໜ້ນ ຫຼື ຂົນອ່ອນນຸ້ມ, ກ້ຽງບາງຈຸດ. ໃບດ່ຽວ, ຈັບສະຫຼັບ, ແຜ່ນໃບຮູບໄຂ່ກັບ ຫຼື ຮູບຮີ, ຂະໜາດ 10-20(-30) × 4-10 ຊມ, ດ້ານເທີງປົກຄູມດ້ວຍຂົນສີເທົາ, ບາງຈຸດກ້ຽງ. ໂຄນໃບມົນ ຫຼື ຮຽວຍາວ, ຂອບໃບແຂ້ວເລື້ອຍ, ປາຍໃບແຫຼມ, ເສັ້ນກາງໃບມີຂົນຍາວ, ເສັ້ນໃບມີ 12-18 ຄູ່, ເສັ້ນໃບເຫັດຊັດເຈັນດ້ານລຸ່ມ. ຊໍ່ດອກຜູ້ເກີດຈາກປາຍຍອດ. ໝາກດ່ຽວ ຫຼື ເປັນຈຸ້ມກັນ 2-3 ໜ່ວຍ. ໜາກຮູບຖ້ວຍ, ເສັ້ນຜ່າສູນກາງ 1.2-1.5 ຊມ, ກາບຫຸ້ມໝາກ 1/2 ຊມ, ເກັດເສັ້ນຜ່າສູນກາງ 6 ມມ.
ລັກສະນະພິເສດຂອງໄມ້ກໍ່ສາແມ່ນມີລະບົບຮາກທີ່ຢັ້ງເລີກລົງໃນດິນ ແລະ ສາມາດປ້ອງກັນການ ເຊາະເຈື່ອນຂອງດິນໄດ້. ໃບຂອງໄມ້ກໍ່ເຄະທີ່ຫຼົ່ນລົງມາແມ່ນສາມາດເຮັດໃຫ້ເກີດມີຊັ້ນດິນທີ່ເປັນຝຸ່ນໄດ້. ໄມ້ທີ່ມີຂະໜາດນ້ອຍແມ່ນໃຊ້ເຮັດເປັນຫຼັກຮົ້ວ ແລະ ຊາວສວນບາງແຫ່ງປູກໄມ້ຊະນິດນີ້ໃນ ລະບົບ ກະສິກຳ-ປ່າໄມ້. ເນື້ອໄມ້ກໍ່ສາບໍ່ສາມາດປູກເຮືອນ ແຕ່ເຮັດໄມ້ຟືນໄດ້. ໝາກຂອງມັນມີສານອາຫານຫຼາຍ ແລະ ສາມາດນຳໄປລ້ຽງໝູ.