ໄມ້ໝີ່ / Needlewood Tree
APA 6th ed. ໄມ້ໝີ່ / Needlewood Tree. (2019, May 22). Retrieved from https://www.phakhaolao.la/index.php/kb/0000224
MLA 8th ed. ໄມ້ໝີ່ / Needlewood Tree. Pha Khao Lao, 22 May 2019, https://www.phakhaolao.la/index.php/kb/0000224.
Chicago 17th ed. Pha Khao Lao. 2019. "ໄມ້ໝີ່ / Needlewood Tree." Published May 22, 2019. https://www.phakhaolao.la/index.php/kb/0000224.
Schima noronhae Blume
Eng: Simartolu
Chinese: 红木荷
ເປັນໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ສູງເຖິງ 35 ແມັດ. ລຳຕົ້ນຊື່, ເປືອກມີສີຂີ້ເຖົ່າແກ່ ຫຼື ເກືອບແມ່ນສີດຳ ແລະ ມີຮອຍແຕກເລິກ. ກິ່ງງ່າກົມມົນ, ມີຂົນລະອຽດ. ບໍ່ມີທາດແຫຼວລະບາຍອອກ. ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ແຜ່ນໃບມີຮູບໄຂ່ກ້ວາງ ຫາ ຮູບໃບຫອກ, ປາຍສ້ວຍແຫຼມ ຫຼື ມີຕິ່ງແຫຼມ, ກົກໃບສ້ວຍແຫຼມ ຫຼື ມົນ, ກ້ຽງບໍ່ມີຂົນ, ຂອບໃບ ລຽບ, ບາງຄັ້ງ ຂອບໃບເປັນແຂ້ວເລ່ືອຍຢູ່ປາຍໆ, ດ້ານລຸ່ມມີສີຂຽວແກມນ້ຳເງິນ. ບໍ່ມີຫູໃບ. ມີດອກດ່ຽວ ຫຼື ມີດອກບໍ່ຫຼາຍປານໃດ ຈັດລຽງຢູ່ຕາມຊໍ່ດອກ, ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ. ໝາກແຫ້ງໄຂບໍ່ໄດ້, ມີຂະໜາດເສັ້ນຜ່າກາງຍາວເຖິງ 3 ຊມ, ມີເນື້ອແຂງ, ເວລາແກ່ ໝາກແຕກອອກເປັນ 5 ປ່ຽງ. ແກ່ນ ມີຫຼາຍ, ເປັນຮູບໝາກໄຂ່ຫລັງ, ອ້ອມຮອບດ້ວຍປີກ ແຄບໆໜື່ງອັນ.
ເນື້ອໄມ້ຄຸນນະພາບດີ, ແຕ່ເນື່ອງຈາກມີເສັ້ນໃຍຄັນຄາຍ, ເປັນໄມ້ທີ່ບໍ່ນິຍົມນຳໃຊ້, ແຕ່ເປັນໄມ້ຟືນໄດ້ດີ. ເປືອກນຳໃຊ້ເພື່ອຂ້າເຊື້ອພະຍາດ, ໄມ້ໃຊ້ເປັນຢາຮັກສາການຕິດເຊື້ອຂອງຫູ ແລະ ນ້ຳຢາງໃຊ້ເປັນຢາຮັກສາອາການເຈັບຫູມ. ເນື້ອໄມ້ສີແດງ, ໃຊ້ເປັນເຄື່ອງໃຊ້, ໂຄງສ້າງຂອງເຮືອນ, ເຟີນິເຈີ, ເຮືອ, ເປັນເຄື່ອງມືສຳຫຼັບເຄື່ອງໃຊ້ສຳຫຼັບກະສິກຳ. ໃບສາມາດໃຊ້ເປັນອາຫານສັດ.