ໄມ້ກໍ່ແປ້ນ / Nipple Oak
APA 6th ed. ໄມ້ກໍ່ແປ້ນ / Nipple Oak. (2019, April 3). Retrieved from https://www.phakhaolao.la/index.php/kb/0000219
MLA 8th ed. ໄມ້ກໍ່ແປ້ນ / Nipple Oak. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000219.
Chicago 17th ed. Pha Khao Lao. 2019. "ໄມ້ກໍ່ແປ້ນ / Nipple Oak." Published April 3, 2019. https://www.phakhaolao.la/index.php/kb/0000219.
Pasania harmandii Hickel & A.Camus
Vietnamese name: Dẻ se; Dẻ harmand; sồi đá harmand; sồi xe
ເປັນໄມ້ຢືນຕົ້ນສູງແຕ່ 14-20 ມ. ເປືອກມີຮອຍແຕກເລັກນ້ອຍ, ເສັ້ນເປືອກໄຍຢັ່ງເຂົ້າໃນຊັ້ນໄມ້. ໃບຈັບວຽງສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ໂຄນບ້ຽວ, ຂອບໃບລຽບ, ປາຍໃບ ສ້ວຍມຸມເຫວີ, ແຜ່ນໃບແຂງ ແລະ ໜາ, ກ້ຽງທັ້ງສອງດ້ານ. ຊໍ່ດອກຜູ້ ຍາວ 5-17 ຊມ. ຊໍ່ດອກແມ່ຍາວກວ່າເລັກນ້ອຍ. ໝາກຮູບຮີ, ກ້ານສັ້ນໆ, ກວ້າງ 1.2-2 ຊມ, ສູງ 2-4 ຊມ. ລວມກາບຫຸ້ມ ເຊື່ອມ ຕິດກັນ ທີໂຄນ ຫຼື ແຍກກັນ ກາບຫຸ້ມຜົນປະມານໜື່ງໃນສາມ, ໂຄນໜາມີເກັດລຽງລະຫຼັບ, ສີນ້ຳຕານເທົາ ເຊື່ອມຕິດກັນ.
ໄມ້ກໍ່ຊະນິດນີ້ມີທາດຂີ້ນີນ ( tannins) ຢູ່ໃນເປືອກສາມາດນຳມາໃຊ້ເປັນສີຍ້ອມ ແລະ ຍ້ອມເຊືອກເພື່ອໃຫ້ທົນທານ. ໄມ້ກໍ່ໄດ້ມີການນຳໃຊ້ໃນທ້ອງຖີ່ນໂດຍນຳໃຊ້ເຮັດ ຫຼັກຮົ້ວ, ອຸປະກອນສຳຫຼັບຂຸດຄົ້ນບໍ່ແຮ່, ໂຄງສ້າງຂອງເຮືອນຊານ, ເຄື່ອງມີສຳຫຼັບການກະເສດຕ່າງໆ. ກີ່ງງ່າໄມ້ໃຊ້ສຳຫຼັບເປັນໄມ້ຟືນ ແລະ ເຜົາຖ່ານ. ເມັດສາມາດກິນໄດ້ ໂດຍການນື່ງໃຫ້ສຸກ ຫຼື ກີນດິບ. ສາມາດເປັນສ່ວນປະສົມຂອງເຂົ້າໜົມ ຫຼື ຂອງຫວານປະເພດຕ່າງໆ.