ໄມ້ແປກສອງຍອຍ / Two-needles Pine
APA 6th ed. ໄມ້ແປກສອງຍອຍ / Two-needles Pine. (2019, April 3). Retrieved from https://www.phakhaolao.la/index.php/kb/0000206
MLA 8th ed. ໄມ້ແປກສອງຍອຍ / Two-needles Pine. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000206.
Chicago 17th ed. Pha Khao Lao. 2019. "ໄມ້ແປກສອງຍອຍ / Two-needles Pine." Published April 3, 2019. https://www.phakhaolao.la/index.php/kb/0000206.
Pinus merkusii subsp. ustulata Businský
Pinus sumatrana Mirb..
Lao: Paek songbai, Paek yang, Khoua
Vietnamese: Thông nh.̇ua, Thông hai lá
ເປັນໄມ້ຢືນຕົ້ນສູງປະມານ 50 ມ, ມີເສັ້ນຜ່າສູນກາງ 60–80 ຊມ. ລຳຕົ້ນຕັ້ງຊື່, ຮຽວຍາວເປັນທ່ອນກົມ, ມີນ້ຳຢາງ. ເປືອກໜາ, ສີແດງເມື່ອຍັງອ່ອນ, ສີນ້ຳຕານເຂັ້ມ ຫຼື ສີດຳອ່ອນເມື່ອແກ່, ເປັນຮ່ອງເລີມຕາມລວງຍາວ. ເຮືອນຍອດເປັນແບບປີລະມິດ, ມີກີ່ງງ່າແຕກແຜ່ອອກ. ກີ່ງງ່າອ່ອນຈະເປັນສີນ້ຳຕານ, ກ້ຽງ, ບໍ່ມີນວນສີຂາວປົກຄຸ້ມ. ຍອດອ່ອນຮຽວຍາວເປັນເກັດຫຸ້ມປາຍກີ່ງງ່າ. ໃບເປັນຮູບແຄບ, ຂະໜາດ 2.15–28 × 1 ມມ, ຮຽວແຫຼມ, ມີປາກໃບທັ້ງສອງດ້ານ, ຈະຫຼົ່ນເມື່ອອາຍຸໄດ້ສອງປີ. ເກັດຫຸ້ມໂຄນຍາວ 10–20 ມມ, ສີແດງອ່ອນ. ດອກເພດຜູ້ ຂະໜາດ 18–25 × 5 ມມ. ດອກເພດແມ່ ກົມຮຽວ, ຂະໜາດ 5–11 × 3 ຊມ, ປົກກະຕິມັນຈະຫຼົ່ນເມື່ອມີເມັດແກ່ເຕັມທີ່. ເມັດຮູບໄຂ່, ລຽບ, ຂະໜາດ 7.5 × 4.5 ມມ, ມີປີກຂະໜາດ 25 × 8 ມມ, ກ້ຽງ ສີນໍ້າຕານປົນສີເທົາ.
ໄມ້ແປກແມ່ນຖືກນຳໃຊ້ເປັນໄມ້ໂຄງສ້າງຫຼັກຂອງເຮືອນ. ມີການນຳໃຊ້ເຮັດເພດານ, ປ້ອງຢ້ຽມ. ຕົ້ນທີ່ມີອາຍຸຫຼາຍປີ ສາມາດຜະລິດນ້ຳຢາງ ແລະ ເກັບກູ້ຢາງເພື່ອນຳໃຊ້ເຊື້ອໄຟ. ເນື້ອໄມ້ຍັງມີການນຳໃຊ້ເຮັດເຈັ້ຍ, ເຟີນິເຈີ, ປະກອນຂຸມ, ເສົາຕ່າງໆ. ເຮືອ ແລະ ການສ້າງຂົ້ວ. ກ້ອນຢາງສາມາດເກັບກູ້ໄດ້ 3-4 ກິໂລຕໍ່ປີ, ນຳໃຊ້ເຮັດເປັນຢາ, ສີແຕ້ມຮູບ, ການພີມຕ່າງໆ ແລະ ອຸດສາຫະກຳນ້ຳຫອມ.