ໝາກກະເບົາ / Chaulmoogra

ການນຳໃຊ້
ພືດເປັນຢາ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Hydnocarpus kurzii (King) Warb
ຊື່ພ້ອງ
Taraktogenos kurzii King
ຊື່ອື່ນ
ໄທ: ຫຍ້າຢ່ອຍ, ມາດາກ, ກຣາເບົາ, ກາປາວ, ລີນເສີຍ.
ວຽດນາມ: ນາງຕຼັງ, ໂລນ່ອຍ, ຊ່ອງບາວ.
ມຽນມາ: ກາລໍ່.
ອັງກິດ: Chaulmoogra.
ຝຣັງເສດ: arbre à lèpre (leprosy tree).
ບັນຍາຍລັກສະນະພືດສາດ

ຕົ້ນກະເບົາ ເປັນໄມ້ບໍ່ຫຼົ່ນໃບ, ສູງ 8-30 ມ, ມີພຶງກວ້າງປະມານ 50 ຊມ ແລະ ມີໜ້າຕ້າງພຽງເອິກ 60-120 ຊມ. ເປືອກຂອງມັນ ລຽບ ມີສີໝົ່ນ ແລະ ຂ້າງໃນຂອງເປືອກສີຂາວ-ເຫຼືອງ. ກິ່ງອ່ອນ ມີຂົນຢູ່ສ່ວນປາຍ ສ່ວນໃບເປັນໜັງ, ມີຂະໜາດ 15 - 32 ຊຕມ x 4 - 8 ຊຕມ ແລະ ມີກ້ານໃບຍາວ 1.2-1.6 ຊມ. ຊໍໍ່ດອກສັ້ນ ມີປາຍພຽງ. ດອກມີຂົນ ເກີດເປັນຈຸ້ມແຕ່ 4-9 ດອກ, ສີຂາວແກມຂຽວ, ຍາວ 4 ມມ ແລະ ບໍ່ມີກີ່ນຫອມ. ດອກຜູ້ ແລະ ດອກແມ່ ແມ່ນເກີດຢູ່ ຕ່າງຕົ້ນກັນ. ກ້ານໝາກເປັນສີນໍ້າຕານ ແລະ ໝາກແຂງ ສີນໍ້າຕານປົນສີເທົ່າ ເປັນໜ່ວຍມົນຮູບໄຂ່ແຕ່ບໍ່ສະໝ່ຳສະເໝີ ຍາວ 2.5-3 ຊມ ແລະ ກວ້າງ 2.5-10 ຊມ, ມີເປືອກໝາກເປັນຂົນ ແລະ ຜ່ອຍ. ແກ່ນມີຂະໜາດ 3 x 1.5 ຊມ, ສີນໍ້າຕານເຂັ້ມ, ເປັນຫຼ່ຽມປູ້, ມີນໍ້າມັນ. ໝາກກະເບົາຊະນິດນີ້ ̧ ໄດ້ມີການນຳໃຊ້ກັນມາຫຼາຍສັດຕະວັດແລ້ວ ຢູ່ໃນເອເຊຍຕາເວັນອອກສ່ຽງໃຕ້. ສ່ວນກະເບົາ Hydnocarpus kurzii var. conica Craib ນັ້ນ ແມ່ນຮູ້ກັນດີແຕ່ຢູ່ໃນປະເທດໄທ.

ບັນຍາຍການນຳໃຊ້

ແກ່ນກະເບົາ ມີຄຸນສົມບັດເປັນຢາ ຊຶ່ງຖືກນຳໃຊ້ທາພາຍນອກ ປົວໂຣກປວດຂໍ່ກະດູກ ແລະ ພະຍາດຜີວໜັງຊໍ້າເຮື້ອອື່ນໆ. ພ້ອມນີ້ ̧ ມັນຍັງຖືກນຳໄປເຮັດຢາກິນປົວພະຍາດຂີ້ທູດອີກ. ຢູ່ປະເທດອັງກິດ ເພີ່ນໄດ້ໃຊ້ແກ່ນກະເບົາ ປົວ ວັນນະໂຣກປອດ ແລະ ໃຊ້ໃນວຽກສັດຕະວະແພດ. ການກິນ ໝູ ແລະ ປາ ທີ່ກິນໝາກກະເບົາ ຈະເຮັດໃຫ້ມີອາການວິ່ງວຽນ ແລະ ອາຈຽນໄດ້.

ການປະກອບສ່ວນ