ໝາກກະເບົາ / Chaulmoogra
APA 6th ed. ໝາກກະເບົາ / Chaulmoogra. (2019, April 3). Retrieved from https://www.phakhaolao.la/index.php/kb/0000187
MLA 8th ed. ໝາກກະເບົາ / Chaulmoogra. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000187.
Chicago 17th ed. Pha Khao Lao. 2019. "ໝາກກະເບົາ / Chaulmoogra." Published April 3, 2019. https://www.phakhaolao.la/index.php/kb/0000187.
ວຽດນາມ: ນາງຕຼັງ, ໂລນ່ອຍ, ຊ່ອງບາວ.
ມຽນມາ: ກາລໍ່.
ອັງກິດ: Chaulmoogra.
ຝຣັງເສດ: arbre à lèpre (leprosy tree).
ຕົ້ນກະເບົາ ເປັນໄມ້ບໍ່ຫຼົ່ນໃບ, ສູງ 8-30 ມ, ມີພຶງກວ້າງປະມານ 50 ຊມ ແລະ ມີໜ້າຕ້າງພຽງເອິກ 60-120 ຊມ. ເປືອກຂອງມັນ ລຽບ ມີສີໝົ່ນ ແລະ ຂ້າງໃນຂອງເປືອກສີຂາວ-ເຫຼືອງ. ກິ່ງອ່ອນ ມີຂົນຢູ່ສ່ວນປາຍ ສ່ວນໃບເປັນໜັງ, ມີຂະໜາດ 15 - 32 ຊຕມ x 4 - 8 ຊຕມ ແລະ ມີກ້ານໃບຍາວ 1.2-1.6 ຊມ. ຊໍໍ່ດອກສັ້ນ ມີປາຍພຽງ. ດອກມີຂົນ ເກີດເປັນຈຸ້ມແຕ່ 4-9 ດອກ, ສີຂາວແກມຂຽວ, ຍາວ 4 ມມ ແລະ ບໍ່ມີກີ່ນຫອມ. ດອກຜູ້ ແລະ ດອກແມ່ ແມ່ນເກີດຢູ່ ຕ່າງຕົ້ນກັນ. ກ້ານໝາກເປັນສີນໍ້າຕານ ແລະ ໝາກແຂງ ສີນໍ້າຕານປົນສີເທົ່າ ເປັນໜ່ວຍມົນຮູບໄຂ່ແຕ່ບໍ່ສະໝ່ຳສະເໝີ ຍາວ 2.5-3 ຊມ ແລະ ກວ້າງ 2.5-10 ຊມ, ມີເປືອກໝາກເປັນຂົນ ແລະ ຜ່ອຍ. ແກ່ນມີຂະໜາດ 3 x 1.5 ຊມ, ສີນໍ້າຕານເຂັ້ມ, ເປັນຫຼ່ຽມປູ້, ມີນໍ້າມັນ. ໝາກກະເບົາຊະນິດນີ້ ̧ ໄດ້ມີການນຳໃຊ້ກັນມາຫຼາຍສັດຕະວັດແລ້ວ ຢູ່ໃນເອເຊຍຕາເວັນອອກສ່ຽງໃຕ້. ສ່ວນກະເບົາ Hydnocarpus kurzii var. conica Craib ນັ້ນ ແມ່ນຮູ້ກັນດີແຕ່ຢູ່ໃນປະເທດໄທ.
ແກ່ນກະເບົາ ມີຄຸນສົມບັດເປັນຢາ ຊຶ່ງຖືກນຳໃຊ້ທາພາຍນອກ ປົວໂຣກປວດຂໍ່ກະດູກ ແລະ ພະຍາດຜີວໜັງຊໍ້າເຮື້ອອື່ນໆ. ພ້ອມນີ້ ̧ ມັນຍັງຖືກນຳໄປເຮັດຢາກິນປົວພະຍາດຂີ້ທູດອີກ. ຢູ່ປະເທດອັງກິດ ເພີ່ນໄດ້ໃຊ້ແກ່ນກະເບົາ ປົວ ວັນນະໂຣກປອດ ແລະ ໃຊ້ໃນວຽກສັດຕະວະແພດ. ການກິນ ໝູ ແລະ ປາ ທີ່ກິນໝາກກະເບົາ ຈະເຮັດໃຫ້ມີອາການວິ່ງວຽນ ແລະ ອາຈຽນໄດ້.