ໝາກຄໍ້ຂຽວ / Taraw palm

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Livistona saribus (Lour.) Merr. ex A.Chev / Arecaceae
ຊື່ພ້ອງ
Corypha saribus Lour.
Livistona cochinchinensis (Blume) Mart. [Illegitimate]
Livistona hasseltii (Hassk.) Hassk. ex Miq.
Livistona hoogendorpii Teijsm. & Binn. ex Miq.
Livistona hoogendorpii hort. ex André
Livistona inaequisecta Becc.
Livistona spectabilis Griff.
Livistona tonkinensis Magalon
Livistona vogamii Becc.
Sabal hoogendorpii (Teijsm. & Binn. ex Miq.) L.H.Bailey
Sabal hoogendorpii (Teijsm. & Binn. ex Miq.) Kuntze
Saribus cochinchinensis Blume
Saribus hasseltii Hassk.
Saribus hoogendorpii (Teijsm. & Binn. ex Miq.) Kuntze
ຊື່ອື່ນ
ໄທ: ຄໍ້ສ້ອຍ, ຈາທາງ, ຊູດີ, ຣອກ
ຫວຽກນາມ: ເກໂດ, ເກດນາມ
ອັງກິດ: Taraw palm, swamp anaham, Ceylon oak.
ບັນຍາຍລັກສະນະພືດສາດ

ຕົ້ນໝາກຄໍ້ຂຽວມີຄວາມສູງເຖີງ 25 ແມັດ ແລະ ມີໜ້າຕ້າງພຽງເອີກ 60 ຊັງຕິແມັດ. ໃບມີຂະໜາດກວ້າງ 2 ແມັດ ເກີດເປັນຈູ້ມ ອ້ອມລຳຕົ້ນຢ່າງດົກໜາ ຊ່ວງປາຍຂອງໃບຍ່ອຍມັກຈັບຕິດກັນແຕ່ສ່ວນກົກທີ່ຈັບໃສ່ກ້ານໃບກາງ ຈະແຍກອອກເປັນຊິກໆ. ກ້ານໃບກາງມີສີສົ້ມອົມເຫຼືອງຍາວປະມານ 2.4 ແມັດ ມີໜາມສີເຂັ້ມຢູ່ສ່ວນກົກຂອງໃບ. ຊໍ່ດອກ ມີຄວາມຍາວ 1.5 ຊັງຕິແມັດ ແບ່ງອອກເປັນ 3-4 ກີ່ງ. ໝາກປັນໜ່ວຍກົມໆ ຂະໜາດເສັ້ນຜ່າສູນກາງ 1.5-2 ຊັງຕິແມັດ ມີຜິວສີຂຽວ ແລະ ມຈູດເປັນສີຂາວຕອນຍັງອ່ອນ ແຕ່ກາຍເປັນສີຟ້າ ໃນເວລາໝາກແກ່ເຕັວຕົວ ແລະ ມີແກ່ນດຽວສີນໍ້າຕານອ່ອນ.

ບັນຍາຍການນຳໃຊ້

ໝາກຄໍ້ຂຽວສາມາດນໍາມາເປັນອາຫານ ດ້ວຍວິທີການຈ່ອມໃຊ້ນ້ຳອຸ່ນ, ຈະມີຣົດຊາດມັນ ໂດຍສະເພາະແມ່ນຜູ້ເຖົ້າມັກບ່າຍກັບເຂົ້າໝຽວ. ຍອດອ່ອນສາມາດເຮັດເປັນອາຫານໄດ້ຫຼາຍລາຍການຈະມີຣົດຊາດຫວານ. ໃບສາມາດນຳໄປໃຊ້ໃນການມູງຫຼັງຄາ ແລະ ເຮັດເປັນສາດໄດ້. ນອກຈາກນັ້ນຍັງສາມາດປູກເປັນພືດປະດັບໄດ້ ຍ້ອນວ່າໄມ້ຊະນິດນີ້ສາມາດທົນຕໍ່ອາກາດໜາວ.

ການປະກອບສ່ວນ