ຫວາຍລາວ / Lao Rattan
APA 6th ed. ຫວາຍລາວ / Lao Rattan. (2021, August 27). Retrieved from https://www.phakhaolao.la/index.php/kb/0000152
MLA 8th ed. ຫວາຍລາວ / Lao Rattan. Pha Khao Lao, 27 August 2021, https://www.phakhaolao.la/index.php/kb/0000152.
Chicago 17th ed. Pha Khao Lao. 2021. "ຫວາຍລາວ / Lao Rattan." Published August 27, 2021. https://www.phakhaolao.la/index.php/kb/0000152.
Calamus paradoxus Kurz
Myrialepis floribunda (Becc.) Gagnep.
Myrialepis scortechinii Becc.
Palmijuncus paradoxus (Kurz) Kuntze
Plectocomiopsis annulata Ridl.
Plectocomiopsis floribunda Becc.
Plectocomiopsis paradoxa (Kurz) Becc.
Plectocomiopsis scortechinii (Becc.) Ridl.
ລາວ: ຫວາຍໜາມໄຊ, ຫວາຍແດງ, ຫວາຍຂີ້ໄກ່, ຫວາຍເລົາ, ເຣດລັນ
ຫວຽດ: ຊ໋ອງຣຸບ, ເໝີຍຣຸບ
ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຕົ້ນຍາວເຖິງ 25 ມ, ເສັ້ນຜ່າສູນກາງລໍາຕົ້ນ 3.5 ຊມ; ກາບໃບສີຂຽວ, ປົກຫຸ້ມດ້ວຍຂົນສີນ້ຳຕານແດງ, ມີໜາມຄ້າຍຄືເຂັນສັ້ນ ຫຼື ຍາວ, ວຽນເປັນແຖວ, ສີນ້ຳຕານເຫຼືອງ, ຍາວ 5 ຊມ; ບໍ່ມີຫຸໃບ; ບໍ່ມີເຂົາໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 30 ຊມ; ກ້ານກາງໃບຍາວ 2.1 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 15-26 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີ, ໃບຍ່ອຍເປັນກຸ່ມ, ແຜ່ອອກໄປໃນທິດທາງຕ່າງກັນ ບາງຄັ້ງຂອງໃບມີໜາມນ້ອຍໆ; ມືເກາະຢູ່ປາຍໃບຍາວ 1.5 ມ; ຊໍ່ດອກຍາວ 0.75 ມ; ໝາກກົມມົນ, ຈັບຢູ່ລຸ່ມແຊງ, ຍາວ 2.5 ຊມ ແລະ ກວ້າງ 3 ຊມ, ສີຂຽວ, ໝາກເປັນເກັດນ້ອຍໆ. ການກະຈາຍພັນ ແລະ ຖິ່ນກຳເນິດ: ກຳປູເຈຍ ພາກກາງຂອງລາວ, ພາກໃຕ້ຂອງຫວຽດນາມ, ມຽນມາ, ໄທ, ມາເລເຊຍ, ເປນີຊູລາ, ສີງກະໂປ ແລະ ສຸມາຕຣາ. ພົບຢູ່ປ່າດົງດິບເຂດຕໍ່າ, ປົກກະຕິຢູ່ຕາມແຄມປ່າ ຫຼື ເຂດທີ່ມີການຂຸດຄົ້ນໄມ້ ພົບຢູ່ລະດັບສູງຈາກໜ້ານ້ຳທະເລ 150-224 ມ. ອອກດອກເດືອນ ພຶດສະພາ ແລະ ເປັນໝາກເດືອນພຶດສະພາ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)
ເສັ້ນລຳຕົ້ນມີຄຸນນະພາບຕໍ່າ ບາງຄັ້ງໃຊ້ເຮັດກະຕ່າ ແລະ ເຄື່ອງໃຊ້ໃນເຮືອນ. ຍອດສາມາດກີນໄດ້ ແລະ ໝາກສູກເປັນອາຫານຂອງສັດປ່າ.