ເຫັດຫວາຍ / Lao Musutake

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Tricholoma fulvocastaneum Hongo / Tricholomataceae
ຊື່ພ້ອງ
ຊື່ອື່ນ
Thai: Hed ngu leam
Chinese: Songrong
English: matsutake
ບັນຍາຍລັກສະນະພືດສາດ

ມີດອກອ່ອນເປັນສີນ້ຳຕານແດງ ແລະ ຂ້ອນຂ້າງໜຽວ. ໝວກບານອອກເປັນໂນໂຄ້ງ, ກວ້າງ 15 ຊມ ແລະ ຜິວເປັນສີນ້ຳຕານແດງ, ບາງບ່ອນໜຽວ ຫາເກືອບແຫ້ງ, ກຸ່ມເສັ້ນໄຍທີ່ໜ່ເຂດຍອດໝວກ ສີນ້ຳຕານເຂັ້ມ ແລະ ນອກເຂດແມ່ນຈາງອອກໄປໂດຍທຳມະຊາດ, ຄ້າຍເຊືອກ, ເສັ້ນໄຍສີນ້ຳຕານ ແລະຊັ້ນລຸ່ມຂາວ ຄ້າຍກັບຂອບໝວກ. ກີບສີຄີມຈາງ, ແຄບ ແລະ ຕິດກັບກ້ານສ່ວນໜ້ອຍ, ກວ້າງເຖິງ 12 ມມ. ກ້ານ ສີນ້ຳຕານສົ້ມ, ມີເກັດໜຽວ ແລະ ຄ້າຍໆເຂດວົງແຫວນ, ຍາວປະມາຍ 3 ມມ ຫ້ອຍລົງ, ສີຄີມຈາງ ແລະ 160 x 22 (ຍອດ) x 13 (ຖານ) ມມ, ແຄບລົງໄປຫາຖານດອກ ແລະ ມີຮາກຍາວປະມານ 40 ມມ. ເນື້ອດອກແຂງ, ສີຂາວ, ໜາເຖິງ 20 ມມ. ກິ່ນບໍ່ແຮງ ແຕ່ມີກິ່ນນ*ມັນຫອມລະເຫີຍ. ລົດຊາດຄືກິ່ນຫອມສະບູ, ບໍ່ໜ້າພໍໃຈ ແລະ ຝາດ. ລາຍພິມສະປໍສີຂາວ

ບັນຍາຍການນຳໃຊ້

ເຫັດຫວາຍເປັນເຫັດທຳມະຊາດທີ່ຢູ່ຈັກດີໃນຊຽງຂວາງ ແລະ ມີການກະຈາຍພັນເຖິງຫົວພັນ, ສາມາດເກັບກູ້ເຫັດຊະນິດຕາມປ່າໄມ້ກໍ່ໃນເຂດພູສູງ, ໃນໜື່ງປີສາມາດເກັບກູ້ໄດ້ 2-3 ຄັ້ງ ໃນຊ່ວງລະດູຝົນ. ເປັນເຫັດທີ່ມີຄວາມນິຍົມບໍລິໂພກສູງເພື່ອນຳມາປູງແຕ່ງເປັນອາຫານ ແລະ ນຳມາປູກແຕ່ງເປັນອາຫານ, ຕາກແຫ້ງ ຫຼື ຂາຍສົດຕາມຕະຫຼາດຊຽງຂວາງ. ຢາພື້ນເມືອງທີ່ຜະລິດໂດຍແສງສະຫວັນຫັດຖະກຳ ໄດ້ເຮັດເປັນຄ້າຍຊາ ເພື່ອຊົງນ້ຳຮ້ອນດື່ມ. ຊາເຫັດຫວາຍເຊື້ອກັນວ່າມີສັບພະຄູນເພື່ອການໄຫວຂອງເລືອດ ແລະ ພະຍາດເບົາຫວານ. ແຕ່ບາງເທື່ອເຫັດແຫ້ງນັ້ນສາມາດໃຊ້ໄດ້ຫຼາຍຈຸດປະສົງເພື່ອບໍລິໂພກ.

ການປະກອບສ່ວນ