ເຫັດຊະນີດນີ້ແມ່ນອາໄສເກີດນຳໃຕ້ຮົ່ມເງົາຂອງພືດຕະກູນໄມ້ກໍ່ໃນເຂດພູສູງ, ພົບໂດຍທົ່ວໄປໃນແຂວງຊຽງຂວາງ. ຍັງໄດ້ມີການລາຍງານພົບໃນປະເທດໄທ. ໂດຍການພົບຄັ້ງທຳອິດແມ່ນຈາກປະເທດຢິ່ປູນ. ເຊື້ອຂອງເຫັດຊະນິດນີ້ແມ່ນອາໄສຕົ້ນກໍ່, ຖ້າຂາດຕົ້ນກໍ່ຈະເຮັດໃຫ້ເຫັດຊະນິດຂາດບ່ອນອາໄສ ແລະ ຈະເຮັດໃຫ້ບໍ່ພົບເຫັນຊະນິດ.

ເຫັດຫວາຍກໍ່ຄ້າຍຄືກັບເຫັດກໍ່ແດງ ມີການຈະເລີນເຕິບໂຕຈາກເສັ້ນໃຍ ຫຼື ເຊື້ອເຫັດທີ່ຈັບເກາະຢູ່ກັບຮາກຕົ້ນໄມ້ ໂດຍສະເພາະແມ່ນໄມ້ກໍ່ ທີ່ມີການສ້າງທາດອາຫານ ແລະ ແລກປ່ຽນກັບຮາກໄມ້, ໂດຍມີການເພິງພາອາໄສເຊິ່ງກັນແລະກັນ. ເມື່ອສະພາບແວດລ້ອມອຳນວຍຄວາມສະດວກໂດຍສະເພາະແມ່ນດິນຟ້າອາກາດ, ຄວາມຊຸ່ມ, ອຸນຫະພູມ ແລະ ປັດໄຈຄວາມເປັນກົດ-ດ່າງຂອງດິນ ລວມໄປເຖິງທາດອາຫານຂອງດິນ. ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 1200-1600 ມ, ດິນມີຄວາມເປັນກົດ-ດ່າງ (pH) 6.5-7.2. ເມື່ອຮອດລະດູເສັ້ນໃຍຈະສ້າງເປັນດອກເຫັດຂື້ນມາ ເຊິ່ງພົບໃນປ່າປະສົມປ່າກໍ່-ປ່າແປກເຂດສູງ, ເຊິ່ງພື້ນດິນເຕັມໄປດ້ວຍຮາກຝອຍຈາກຕົ້ນໄມ້ຕ່າງໆ ແລະ ໃບໄມ້ທັບຖົມເປັນຈົນໜາ ເຮັດໃຫ້ດິນຜຸຜຸຍ ແລະ ອ່ອນ, ເຮັດໃຫ້ດອກເຫັດສາມາດເກີດໄດ້ງ່າຍ. ຕົ້ນໄມ້ຊະນິດຕ່າງໆທີ່ພົບໃນເຂດເຫັດຫວາຍ, ໄມ້ຢືນຕົ້ນທີ່ປົກຄຸມປ່າຈະພົບສ່ວນຫຼາຍເປັນຕະກຸນໄມ້ກໍ່ ແລະ ຕົ້ນຊະນິດອື່ນປະສົມໄດ້ແກ່: ໄມ້ກໍ່ເຫຼີ່ມ (Castanopsis tribuloides), ໄມ້ກໍ່ແດງ (Castanopsis echinocarpa), ໄມ້ກໍ່ຊາດ (Lithocarpus truncatus), ໄມ້ມີ່ (Schima wallichii), ໄມ້ກໍ່ຝາງ (Castanopsis hystrix), ໄມ້ຄາຍໂສ້ (Anneslea fragrans), ໄມ້ຕິນເປັດ (Alstonia scholaris), ໄມ້ໄຂ່ເນົ່າ (Gardenia philastrei), ໄມ້ກ່າວດົງ (Weldlandia thorelii), ໄມ້ຮີ້ງໂຄກ (Keteleeria evelyniana), ໄມ້ແປກສອງຍ່ອຍ (Pinus merkusii), ນອກນັ້ນຕາມພື້ນປ່າຍັງພົບເບ້ຍໄມ້ນ້ອຍຈຳນວນຫຼວງຫຼາຍ ແລະ ປະສົມກັບພືດຕະກຸນຜັກກູດຊະນິດຕ່າງໆ. 

ເຫັດຫວາຍຄ່ອນຂ້າງມີຄວາມສະເພາະເຈາະຈົງຢູ່ພໍສົມຄວນ, ທີດທາງໃນການປົກປັກຮັກສາເຫັດຫວາຍໃຫ້ມີລັກສະນະຍືນຍົງສາມາດສະຫຼຸບໄດ້ວ່າຄວນເລີ່ມຈາກການປົກປັກຮັກສາປ່າບໍລິເວນເຫັດອອກໃຫ້ຄົງສະພາບເດີມ, ໃຫ້ຄຳແນະນຳແກ່ຊາວບ້ານຜູ້ເກັບເຫັດໃຫ້ເຂົ້າໃຈເຖິງຄວາມສຳພັນລະຫວ່າງຕົ້ນໄມ້ ແລະ ເຫັດຫວາຍ, ບໍ່ຄວນເກັບເຫັດຈົນໝົດ ຄວນປະດອກທີ່ແກ່ແລ້ວໄວ້ເພື່ອເພີ່ມຂະຫຍາຍເຊື້ອເຫັດ, ຫຼື ອາດຈະທົດລອງເຕັກນິກທີ່ພູມປັນຢາທ້ອງຖີ່ນມີ ໂດຍເກັບດອກແກ່ມາບົດໃຫ້ມູ່ນ ແລ້ວນຳໄປຫວ່ານບໍລິເວນປ່າກໍ່ທີ່ມີເຫັດຊະນິດນີ້ເຄີຍອອກມັນຈະເຮັດໃຫ້ເພີ່ມປະລິມານດອກເຫັດເພີ່ມຂື້ນໃນລະດູການຕໍ່ໄປ. ນອກນັ້ນກໍ່ສ້າງກົດລະບຽບ ແລະ ວິທີການຕ່າງໆຄືກັນກັບເຫັດກໍ່ແດງ. 

ການປະກອບສ່ວນ