ໄມ້ເພົາ / Siamese sal
APA 6th ed. ໄມ້ເພົາ / Siamese sal. (2019, October 8). Retrieved from https://www.phakhaolao.la/index.php/kb/0000013
MLA 8th ed. ໄມ້ເພົາ / Siamese sal. Pha Khao Lao, 8 October 2019, https://www.phakhaolao.la/index.php/kb/0000013.
Chicago 17th ed. Pha Khao Lao. 2019. "ໄມ້ເພົາ / Siamese sal." Published October 8, 2019. https://www.phakhaolao.la/index.php/kb/0000013.
ໄທ: ຊັນ, ຊັນແຕງ, ບາວ, ກໍເຈືອ, ແງະຈິກ, ຈັນອອກ, ເຕັງ, ເຕັງຂາວ, ເນົ່າໃນ, ປ໌າຈັດ, ລາໃນ, ແລນອຍ, ອອງລຽງຢອງ.
ຫວຽດນາມ: ເຊນາຈັກ, ເສນດໍ.
ກໍປູເຈຍ: ດອມຈະຣອຍເຟແຈກ.
ອັງກິດ: dark red meranti, light red meranti, or red lauan
ເປັນໄມ້ຢືນຕົ້ນຈັດຢູ່ໃນຕະກຸນໄມ້ຍາງ, ມີລວງສູງປານກາງ, ສູງ 15-20 ມ, ເປັນໄມ້ປ່ຽນໃບ, ເຮືອນຍອດ, ບໍ່ຂະຫຍາຍຕົວໄດ້ເຕັມສ່ວນ, ເປືອກໜາ ແລະ ໝາກມີປີກ. ໄມ້ຊີເປັນໄມ້ຂຽວຕະຫຼອດປີ ແລະ ສູງເຖິງ 35 ມ. ໄມ້ຈິກໂຄກ ສູງ 10-25 ມ, ມີໜ້າຕ້າງ ສະເລ່ຍ 30 ຊຕມ, ມີເປືອກ ສີໝົ່ນ ແລະ ແຕກເປັນຮ່ອງ, ເປືອກຊັ້ນໃນ ສີນ້ຳຕານແກມແດງ ແລະ ມີນ້ຳສີເຫຼືອງ-ຂາວ. ໃບຕອນຍັງອ່ອນເປັນສີແດງ, ຍາວ 7-12 ຊມ, ກວ້າງ 4-6 ຊມ, ກ້ອງໃບມີຂົນ ແລະ ກ້ານໃບ ຍາວ 3-4 ຊມ.
ຢູ່ລາວ ເພິ່ນປະສົມຂີ້ຊີ ກັບນ້ຳມັນຍາງທີ່ໄດ້ຈາກພວກສະກຸນໄມ້ຍາງ ເພື່ອຢາເຮືອ ແລະ ຄຸ, ເຮັດກະບອງໄຕ້ ແລະ ສົ່ງອອກໄປໄທ, ຈີນ ແລະ ອິນເດຍ. ນອກຈາກນີ້ກໍ່ມີຫຼາຍສົມຄວນທີ່ສົ່ງອອກຫວຽດນາມ ເພື່ອນຳໄປໃຊ້ເຮັດ ນຳຢາຄັດເງົາ, ສະແລກ OE ແລະ ທູບ. ຂີ້ຊີຍັງໄດ້ນຳໃຊ້ຜະລິດສີ ແລະ ນ້ຳມຶກ. ສຳລັບເນື້ອໄມ້ ໃຊ້ໃນການປຸກສ້າງຕ່າງໆ ແລະ ໝອນລາງລົດໄຟ.
ສັບພະຄຸນ:
- ໃບໃຊ້ຕົ້ມກັບນໍ້າອາບເປັນຢາແກ້ອາການວິງວຽນຫົວ.
- ເປືອກໃຊ້ເປັນຢາແກ້ພະຍາດຖອກທ້ອງ.
- ໃບນໍາມາຕໍາພອກຮັກສາແຜພຸພອງ.