ແຄຫອມ / Cassia Cinnamon
APA 6th ed. ແຄຫອມ / Cassia Cinnamon. (2021, August 27). Retrieved from https://www.phakhaolao.la/index.php/kb/0000002
MLA 8th ed. ແຄຫອມ / Cassia Cinnamon. Pha Khao Lao, 27 August 2021, https://www.phakhaolao.la/index.php/kb/0000002.
Chicago 17th ed. Pha Khao Lao. 2021. "ແຄຫອມ / Cassia Cinnamon." Published August 27, 2021. https://www.phakhaolao.la/index.php/kb/0000002.
Camphora camphora (L.) H.Karst.
Camphora decaisnei Lukman.
Camphora decandollei Lukman.
Camphora humboldtii Lukman.
Camphora humboldtii var. syringifolia Lukman.
Camphora neesii Lukman.
Camphora neesii var. microphylla Lukman.
Camphora neesii var. pharbitifolia Lukman.
Camphora officinarum var. hahnemannii Lukman.
Camphora officinarum var. hippocratei Lukman.
Camphora oldhamii Lukman.
Camphora procera Lukman.
Camphora rougieri Lukman.
Camphora sieboldii Lukman.
Camphora thouarsii Lukman.
Camphora thunbergii Lukman.
Camphora thwaitesii Lukman.
Camphora vera Raf.
Camphora wrightii Lukman.
Camphora zollingeri Lukman.
Camphorina camphora (L.) Farw.
Cinnamomum camphora f. cyclophyllum (Nakai) M.Kim
Cinnamomum camphora var. cyclophyllum Nakai
Cinnamomum camphora var. hosyo (Hatus.) J.C.Liao
Cinnamomum camphoriferum St.-Lag.
Cinnamomum camphoroides Hayata
Cinnamomum henricii Saporta ex Staub
Cinnamomum nominale (Hatus. & Hayata) Hayata
Cinnamomum officinarum Nees ex Steud.
Cinnamomum simondii Lecomte
Cinnamomum taquetii H.Lév.
Laurus calycina Stokes
Laurus camphora L.
Laurus camphorifera Salisb.
Laurus gracilis G.Don
ກໍາປູເຈຍ: ສຳບໍລໍແວງ.
ວຽດນາມ: ເກ, ເກດຸມ, ດູເບ, ໄມເກ.
ຈີນ: ກຸຍຊີ, ຊິນ, ກຸຍປີ, ຣີກຸຍ.
ຊື່ທາງການແພດ: Ramulus cinnamomi.
ອັງກິດ: cassia cinnamon, Chinese cinnamon, cinnamon tree, false cinnamon, cinnamon twigs, cassia twigs.
ເປັນຕົ້ນໄມ້ຂະໜາດກາງ, ບໍ່ຫຼົ່ນໃບ, ລວງສູງ 20-25 ມ, ໜ້າຕ້າງພຽງເອິກເຖິງ 70 ຊມ, ເປືອກກ້ຽງສີນ້ຳຕານອ່ອນ ຫາ ໝົ້ນເຂັ້ມ, ຫຼືບ/ຊັ້ນໃນ ສີແດງຊ້ຳ ມີນ້ຳເມືອກໜຽວ ແລະ ມີກິ່ນຫອມ. ກິ່ນຄ້າຍຄືກິ່ນກາລະບູນ ແຕ່ວ່າອ່ອນກວ່າ; ລົດຊາດ ຂ້ອນຂ້າງໄປທາງເຜັດ ແລະ ສົ້ມ ຫຼື ຂົມ. ໃບໜາມີກ່າງໃບເຄົ້າ 3 ເສັ້ນ ເນັ່ງອອກຈາກຖານໃບ ຫາປາຍໃບ; ເມື່ອຍ່ອງໃບ ຈະມີກິ່ນຫອມ; ໃບມີຂະໜາດກວ້າງ 2.5-5.8 ຊມ ແລະ ຍາວ 12-23 ຊມ. ກິ່ງອ່ອນສີນ້ຳຕານ ແລະ ມີຂົນ. ຊໍ່ດອກຍາວ 8-16 ຊມ, ດອກສີເຫຼືອງ-ຂາວ. ໝາກສີບົວ, ມີນວນ, ມີແກ່ນດຽວ, ຂະໜາດຂອງໝາກຍາວ 1-3 ຊມ ແລະ ກວ້າງ 0.5-1 ຊມ. ໃນສະກຸນແຄ Cinnamomum ແມ່ນຍັງມີຄວາມສັບສົນຫຼາຍຢູ່ໃນການຈໍາແນກຊະນິດ ຍ້ອນວ່າ ມັນເປັນສະກຸນທີ່ໃຫຍ່ ແຕ່ໃນພາກພື້ນອາຊີ ມີສາມຊະນິດຕົ້ນຕໍ (C. camphora, C. glauscens, C. iners) ຊຶ່ງທັງສາມຊະນິດນີ້ ̧ ເປັນແຫຼ່ງຂອງເຄື່ອງເທດທີ່ຮູ້ຈັກກັນດີໃນຊື່ຂອງ ເປືອກແຄ (Cassia or cinnamom). ລະບົບການຈຳແນກຊະນິດພັນໃນຕະກຸນແຄ ̧ ແມ່ນອີງໃສ່ຊະນິດ ແລະ ເຄົ້າກຳເນີດຂອງພວກມັນ ເປັນພື້ນຖານ ເພາະວ່າ ແຕ່ລະປະເພດມີລົດຊາດ ແລະ ຄຸນລັກສະນະອຶ່ນໆທີ່ແຕກຕ່າງກັນ. ສຳລັບ C. cassia ແລະ C. camphora ນັ້ນທັງສອງ ມີໃບທີ່ມີກ່າງໃບສາມເສັ້ນ ແຕ່ວ່າ C. cassia ມີໃບທີ່ຫອມຫຼາຍກວ່າ. C. glauscens ແລະ C. iners ທັງສອງມີກ່າງໃບເປັນເສັ້ນໃບລຽງຄືຂົນນົກ ແລະ ທັງສອງເປັນຕົ້ນໄມ້ທີ່ໃຫຍ່ ແລະ ສູງກວ່າ C. cassia ແລະ C. camphora.
ໄມ້, ເປືອກ ແລະ ຮາກ ຂອງຕົ້ນແຄຫອມ ຖືກໃຊ້ສະກັດເອົາສານຝາດ, ນ້ຳມັນ ແລະ ສີ. ເນື້ອໄມ້ທີ່ມີກິ່ນນຫອມ ເໝາະສົມໃນການໃຊ້ເຮັດຫີບ ຫຼື ແກັດ (ມອດບໍ່ເຈາະ). ຢູ່ຕາມທ້ອງຖິ່ນ, ເປືອກ ແລະ ໃບ ໃຊ້ເຮັດຢາ ຊ່ວຍຍ່ອຍອາຫານ, ຢາດີຖອກທ້ອງ, ເຈັບທ້ອງນ້ອຍ, ໄຂ້ຫວັດ, ຂີ້ ̧ມູກຍ້ອຍ, ເບົາຫວານ, ເຊື້ອລາຕາມງ່າມຕີນ ແລະ ປວດຂໍ່. ເປືອກແຄ ຖືກໃຊ້ເຂົ້າເປັນເຄື່ອງເທດປຸງອາຫານ ແລະ ເປັນສິນຄ້າໃນຕະຫຼາດໂລກ. ໝາກອ່ອນ ທີ່ຕາກແຫ້ງແລ້ວທີ່ຮຽກກັນວ່າຕາແຄ (cassia bud ຫຼື bunga lawang) ແມ່ນມີ ລົດຫວານຈັດ ແລະ ຫອມ ຊຶ່ງເພິ່ນນຳໃຊ້ເຮັດກວນ ເພື່ອທາກິນກັບຂະໜົມປັງ ຫຼື ໃຊ້ເປັນເຄື່ອງປຸງ, ໃຊ້ປົນໃນຜົງກະລີ່, ເຄື່ອງດື່ມ, ຊາ ແລະ ຢາປົວພະຍາດ ບາງຊະນິດ.