ງານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ

Sep 15
2018
ສະຖານທີ່
ໂຮງຮຽນ ຊັບພະວິຊາ
Local Champion Fair
Local Champion Fair

ສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ ແມ່ນໂຄງການທີ່ນອນຢູ່ພາຍໃຕ້ອົງການບ້ານຈຸດສຸມສາກົນແລະ ກຸ່ມແລກປ່ຽນຂໍ້ມູນຂ່າວສານດ້ານທີດິນ, ແມ່ນສູນຮວບຮວມຂໍ້ມູນຂ່າວ - ສານແລະສື່ອຸປະກອນຕ່າງໆທີ່ມີຄວາມຫຼາກຫຼາຍແລະ ສະໜອງໃຫ້ຄວາມຮູ້ ແລະ ເປັນສະຖານທີແລກປ່ຽນຂໍ້ມູນຂ່າວສານທາງດ້ານທີ່ດີນ, ປ່າໄມ້, ກົດໝາຍ, ນິຕິກຳ ແລະ ນະໂຍບາຍຕ່າງໆ.
ມີຈຸດປະສົງເພື່ອສົ່ງເສີມ-ເຜີຍແຜ່ຂໍ້ມູນຂ່າວສານ ແລະ ແລກປ່ຽນຄວາມຮູ້ທາງດ້ານທີ່ດິນ,ຊັບພະຍາກອນທຳມະຊາດລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ, ຄູ່ຮວ່ມພັດທະນາພາກລັດ, ນັກສຶກສາ, ປະຊາຊົນແລະໜ່ວຍງານທີ່ກ່ຽວຂ້ອງອື່ນໆເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນແລະເພື່ອເປັນການສົ່ງເສີມການມີສ່ວນຮ່ວມແລະການເຮັດວຽກຮ່ວມກັນຂອງບັນດາຜູ້ທີ່ກ່ຽວຂ້ອງກ່ຽວກັບສິດໃນການນຳໃຊ້ທີ່ດິນ ແລະ ອຳນວຍຄວາມສະດວກໂດຍການສະໜອງພື້ນທີ່(ສູນຮຽນຮູ້) ແລະລະບົບຂໍ້ມູນອອນລາຍ (ທັງພາສາລາວແລະພາສາອັງກິດ) ກ່ຽວກັບຂໍ້ມູນທາງດ້ານທີ່ດິນແລະຊັບພະຍາກອນທຳມະຊາດໃນປະເທດລາວ.

ເນື່ອງຈາກໄວໜຸ່ມລາວແມ່ນຍັງມີຄວາມຈຳກັດທາງດ້ານໂອກາດໃນການພັດທະນາເລື່ອງທັກສະຊີວິດ ຫຼື ປະສົບການຕ່າງທີ່ສຳຄັນໂດຍສະເພາະແລ້ວແມ່ນການສະແດງອອກໃນເວທີສຳຄັນຕ່າງໆເຊັ່ນ: ໂອກາດໃນການສະແດງຜົນງານ ແລະ ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນ ແລະ ຊັບພະຍາກອນ ທຳມະຊາດ  ດັ່ງນັ້ນທາງສູນຂ່າວສານເພື່ອການຮຽນຮູ້ ແລະ ແລກປ່ຽນກ່ຽວກັບທີ່ດິນ (LILC) ຈຶ່ງໄດ້ສຸມໃສ່ໃຫ້ທຸກພາກສ່ວນໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານທີ່ດິນ, ກະສິກຳ ແລະ ຊັບພະຍາກອນທຳມະຊາດໂດຍສະເພາະແມ່ນໄວໜຸ່ມ ເພື່ອໃຫ້ເຂົາເຈົ້າແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດການພັດທະນາວຽກງານກະສິກຳ, ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ແລະ ປະສົບການຕ່າງໆ.

ການປະກອບສ່ວນ