ກຽມພົບກັບບັນດາຜູ້ຊ່ຽວຊານດ້ານສຸຂະພາບ ແລະ ໂພຊະນາການ ໃນງານສະເຫຼີມສະຫຼອງໂພຊະນາການແຫ່ງຊາດ

Jul 30
2023
ສະຖານທີ່
ທີ່ສູນການຄ້າວຽງຈັນເຊັນເຕີ
ກຽມພົບກັບບັນດາແພດຜູ້ຊ່ຽວຊານດ້ານສຸຂະພາບ ແລະ ໂພຊະນາການ
www.phakhaolao.la

ທ່ານຮູ້ບໍ່ວ່າ ການກິນອາຫານທີ່ບໍ່ມີປະໂຫຍດ ຫຼື ບັນດາອາຫານ Junk Food ສາມາດເຮັດໃຫ້ເປັນໂລກຫົວໃຈ ແລະ ບັນຫາສຸຂະພາບອື່ນໆອີກ ສະນັ້ນ ກຽມພົບກັບບັນດາຜູ້ຊ່ຽວຊານດ້ານສຸຂະພາບ ແລະ ໂພຊະນາການ 👩‍⚕️ ທີ່ຈະມາໃຫ້ຄວາມຮູ້ ແລະ ສົນທະນາໃນຫົວຂໍ້ "ກິນດີ, ມີສຸກ", ການສາທິດການແຕ່ງອາຫານເພື່ອສຸຂະພາບ ແລະ ການສະແດງອື່ນໆ.

ຢ່າລືມເຂົ້າຮ່ວມງານເພື່ອຮັບຟັງບົດບັນຍາຍ ເຖິງວິທີການຮັກສາສຸຂະພາບໂດຍການກິນອາຫານທີ່ດີ.

👉🏻ເຂົ້າຮ່ວມງານຟຣີ ວັນທີ 30/7/2023.

🕑 ຕັ້ງແຕ່ເວລາ 13:00 ໂມງເປັນຕົ້ນໄປ.

📍ທີ່ສູນການຄ້າວຽງຈັນເຊັນເຕີ.

ການປະກອບສ່ວນ