ງານເປີດສວນພຶກສາຊາດຜາຕັດແກ້

Jun 08
2019
-
09
ສະຖານທີ່
ສວນພຶກສາຊາດຜາຕັດແກ້, ເມືອງ ຈອມເພັດ, ແຂວງ ຫຼວງພະບາງ
Lotus at Phatadke
Phatadke Botanical Garden

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສາກົນ ແລະ ວັນສິ່ງແວດລ້ອມໂລກ, ເພື່ອສົ່ງເສີມໃຫ້ບັນດາພາກສ່ວນຕ່າງໆໂດຍສະເພາະແມ່ນນັກຮຽນ, ນັກສຶກສາເຂົ້າເຖິງຂໍ້ມູນທາງດ້ານຊີວະນາໆພັນກະສິກຳໄດ້ຫຼາຍຂຶ້ນ. ລະບົບພາເຂົ້າລາວ ໃນນາມສູນຂໍ້ມູນຂ່າວສານ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍຮ່ວມກັບ ສວນພຶກສາຊາດຜາຕັດແກ້, ຈະໄດ້ຈັດງານເປີດສວນພຶກສາຊາດຜາຕັດແກ້ ຂຶ້ນໃນລະຫວ່າງວັນທີ 8-9 ມິຖຸນາ 2019, ທີ່ແຂວງຫຼວງພະບາງ.

ງານດັ່ງກ່າວຈະລວມມີກິດຈະກຳຫຼາກຫຼາຍທີ່ໜ້າສົນໃຈເຊັ່ນ: ກິດຈະກຳການວາງສະແດງຂໍ້ມູນ, ການແຂ່ງຂັນສະແດງລະຄອນເວທີ, ກິດຈະກຳແຕ້ມຮູບລະບາຍສີ, ກິດຈະກຳຖາມ-ຕອບເພື່ອຮັບຂອງລາງວັນ ແລະ ການວາງສະແດງຜະລິດຕະພັນຂອງທ້ອງຖິ່ນຈາກແຂວງຫຼວງພະບາງ ແລະ ພາຍໃນປະເທດ.

ການປະກອບສ່ວນ