ກອງປະຊຸມໃຫ່ຍຂອງເຄືອຂ່າຍຊາວກະສິກອນລາວ 2020

Nov 11
2020
-
12
ສະຖານທີ່
ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
phakhaolao.la
phakhaolao.la

ວັນທີ 11-12 ​ພະຈິກ 2020 ເຄືອຂ່າຍກະສິກອນລາວ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ກອງປະຊຸມໃຫຍ່ເຄືອຂ່າຍຊາວກະສິກອນລາວ 2020 ຂຶ້ນ ທີ່ຫ້ອງປະຊຸມສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ-ລາວເກົາຫຼີ ທີ່ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ເຊິ່ງຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອເອື້ອອຳນວຍການຮຽນຮູ້ໃຫ້ແກ່ຜຸ້ເຂົ້າຮ່ວມ, ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນຂອງຊາວກະສິກອນຂະໜາດນ້ອຍທີ່ກຳລັງພົບພໍ້, ເພື່ອສະເຫຼີມສະຫຼອງເຄືອຂ່າຍຄົບຮອບ 6 ປີ ແຫ່ງການຮຽນຮູ້ ແລະ ຕົກລົງຮັບເອົາແຜນຍຸດທະສາດໃໝ່ຂອງເຄືອຂ່າຍປີ 2021-2025

ລາຍລະອຽດເພີ່ມເຕີມ www.phakhaolao.la

ເຂົ້າຮ່ວມອອນໄລ໌ນຜ່ານ Zoom

ການປະກອບສ່ວນ