ຝັກໝາກຄູນຊ່ວຍປ້ອງກັນສັດຕູພືດ

Sakhone INTHAVONG
ປ້ອງກັນສັດຕູພືດ ດ້ວຍຝັກໝາກຄູນ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ແນ່ນອນວ່າການປູກພືດແຕ່ລະຊະນິດລ້ວນແລ້ວແຕ່ພົບບັນຫາການທຳລາຍຂອງສັດຕູພືດ ຈຶ່ງເຮັດໃຫ້ຜົນຜະລິດຕົກຕ່ຳ ສະນັ້ນມື້ນີ້ພວກເຮົາຈຶ່ງນຳສະເໜີສູດ ຫຼື ວິທີປ້ອງກັນດັ່ງນີ້:

ໝາກຝັກຄູນນອກຈາກຈະມີສັບພະຄຸນເປັນຢາຊ່ວຍຮັກສາອາການໄຂ້ມາລາເຣຍແລ້ວ ຍັງສາມາດນຳໃຊ້ເປັນຢາປ້ອງກັນແມງໄມ້ສັດຕູພືດໄດ້ອີກດ້ວຍ

ອຸປະກອນ:

  • ຝັກໝາກຄູນ 3 ກິໂລ.
  • ຈຸລິນຊີໜໍ່ກ້ວຍຈຳນວນ 3 ລິດ.
  • ຖັງບັນຈຸນ້ຳໝັກ 1 ອັນ

ວິທີເຮັດ:

  • ນຳໝາກຝັກຄູນທີ່ກຽມໄວ້ມາທຸບໃຫ້ແຕກ.
  • ນຳໜາກຄູນທີ່ທຸບແລ້ວເທລົງຖັງໝັກ.
  • ເທຈຸລິນຊີໜໍ່ກວ້ຍຈຳນວນ 3 ລິດລົງໄປ.
  • ໃຊ້ໄມ້ຄົນໃຫ້ເຂົ້າກັນແລ້ວຈຶ່ງປິດຝາຖັງໄວ້ໃຫ້ແໜ້ນ ຫຼັງຈາກໄດ້ 7 ວັນກໍສາມາດນຳໄປໃຊ້ໄດ້ເລີຍ.

ວິທີນຳໃຊ້

ການນຳໃຊ້ແມ່ນ 50 ຊີຊີ/ນ້ຳ 20 ລິດ, ສຳລັບເວລາທີ່ເໝາະສົມໃນການສີດພົ່ນແມ່ນຈະສີດຕອນເຊົ້າ ຫຼື ແລງກໍໄດ້ ໂດຍການສີດພົ່ນ 3 ວັນ/1 ຄັ້ງ ຫຼື 7 ວັນ/ຄັ້ງ ໂດຍອີງຕາມປະລິມານຂອງສັດຕູພືດທີ່ເຂົ້າທຳລາຍພືດ.

 

Contribute