ປ້ອງກັນພະຍາດເຫງົ້າເນົ່າໃນນາເຂົ້າ

Andy Souvanphakdy
ຕົ້ນເຂົ້າທີ່ເປັນພະຍາດເຫງົ້າເນົ່າຈະມີຄວາມສູງຜິດປົກກະຕິ ສາມາດສັງເກດເຫັນໄດ້ງ່າຍ, ມີສີຂຽວແກມເຫຼືອງ ຕົ້ນເຂົ້າບໍ່ໃຫ່ຍ ໃນທີ່ສຸດກໍ່ຈະຕາຍ
ຊີວະນາໆພັນກະສິກຳ
https://www.invasive.org/browse/detail.cfm?imgnum=5390496#javascript:fullscreen()
invasive.org

ພະຍາດເຫງົ້າເນົ່າເກີດຈາກແບັກທີເຣຍ Erwinia chrysanthemi ເງື່ອນໄຂການແຜ່ລະບາດພະຍາດເຫງົ້າເນົ່າ ແມ່ນການໃສ່ຝຸ່ນໄນໂຕຼເຈນໃນອັດຕາສູງ ແລະ ອຸນຫະພູມຂອງອາກາດ ລະຫວ່າງ 30-35 ອົງສາເຊ ຈະເຮັດໃຫ້ຕົ້ນເຂົ້າມີພະຍາດຫຼາຍ ແລະ ຮ້າຍແຮງ

ລັກສະນະອາການ

  • ຕົ້ນເຂົ້າທີ່ເປັນພະຍາດນີ້ ຈະມີຄວາມສູງຜິດປົກກະຕິ ສາມາດສັງເກດເຫັນໄດ້ງ່າຍ, ມີສີຂຽວແກມເຫຼືອງ ຕົ້ນເຂົ້າບໍ່ໃຫ່ຍ ໃນທີ່ສຸດກໍ່ຈະຕາຍ. 
  • ບາງຄັ້ງຕົ້ນເຂົ້າທີ່ເປັນພະຍາດນີ້ ອາດຈະເກີດຮວງແຕ່ເມັດເຂົ້າຈະລີບຫມົດຮວງ.

ການແຜ່ລະບາດ 

ພະຍາດເຫງົ້າເນົ່າສາມາດຕິດມາກັບເມັດພັນ, ຕິດໄປນໍາດິນ, ອາກາດ, ອຸນຫະພູມທີ່ເໝາະສົມໃນການແຜ່ລະບາດແມ່ນລະຫ່ວາງ 30-35 ອົງສາເຊ

ວິທີການປ້ອງກັນ 

  • ນໍາໃຊ້ແນວພັນເຂົ້າ ຈາກແຫຼ່ງທີ່ບໍ່ເກີດພະຍາດນີ້ມາປູກ
  • ແຊ່ແນວພັນເຂົ້າດ້ວຍນ້ໍາອຸ່ນ ທີ່ມີອຸນຫະພູມປະມານ 60 ອົງສາເຊ ຫຼື 2 ຮ້ອນ 3ເຢັນ ແຊ່ໄວ້ປະມານ 10 ນາທີ ແລ້ວຈຶ່ງນໍາໄປແຊ່ນໍ້າທໍາມະດາ.
  • ເອົາເມັດພັນຄົນເຂົ້າກັບເຊື້ອຣາ Trichoderma hazilanum ໃນອັດຕາເຊື້ອ100gປະສົມເມັດພັນ 1 ກິໂລ

ວິທີການກໍາຈັດ

ສໍາຫຼວດເຂົ້ານາເປັນປະຈໍາ ເມື່ອສັງເກດເຫັນພະຍາດເຫງົ້າເນົ່າ ໃຫ້ຫຼົກອອກ ແລ້ວນໍາໄປເຜົາໄຟຢູ່ບ່ອນອື່ນທັນທີ
 

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

Contribute