ປ້ອງກັນສັດຕູພືດດ້ວຍນ້ຳສະກັດຊີວະພາບຈາກສະໝຸນໄພ

Sakhone INTHAVONG
ວິທີງ່າຍໆການເຮັດນ້ຳສະກັດຊີວະພາບຈາກສະໝຸນໄພ
ແນະນຳວິທີເຮັດ
phakhaolao.la

ນ້ຳສະກັດທີ່ໄດ້ຈາກການບົ່ມ ແລະ ການສະກັດຈາກສະໝຸນໄພເຊັ່ນ: ຫົວສີໄຄ, ຂີງ, ຂ່າ... ເປັນຕົ້ນ ໂດຍຜ່ານຂະບວນການຍ່ອຍສະລາຍກຸ່ມຈຸລິນຊີ ທີ່ມີຄຸນສົມບັດພິເສດ ທີ່ເຮັດໃຫ້ນ້ຳສະກັດມີມີບົດບາດຕໍ່ການເພີ່ມຮໍໂມນການຈະເລີນເຕີບໂຕຂອງພືດ ທີ່ສຳຄັນຍັງສາມາດນຳມາໃຊ້ເພື່ອປ້ອງກັນແມງໄມ້ ແລະ ສັດຕູພືດໄດ້ເປັນຢ່າດີເຊິ່ງຂັ້ນຕອນມີດັ່ງນີ້:

ສ່ວນປະສົມສຳລັບການຜະລິດນ້ຳສະກັດຊີວະພາບໃນປະລິານ 50 ລິດ ມີ: ສີໄຄ, ຫົວຂິງ, ຫົວຂ່າ, ໃບຂີ້ຫູດ, ຫົວຂີ້ໝີ້ນ, ໃບຂົມກະເດົາ...)

  • ຖ້າເປັນພືດແຫ້ງລວມກັນທັງໝົດ 10 ກິໂລ
  • ຖ້າພືດປຽກ 30 ກິໄລ
  • ກາກນ້ຳຕານ 10 ລິດ
  • ຮຳເຂົ້່າ 100 ກຣາມ
  • ນ້ຳສະອາດ 30 ລິດ
  • ຖັງບັນຈຸບໍລິມາດ 50 ລິດ
  • ຫົວເຊື້ອ EM 1 ລິດ

ວິທີເຮັດ

  • ຂັ້ນຕອນ 1: ຊອຍພືດທີ່ຈະນຳມາຜະລິດນ້ຳສະກັດໃຫ້ຂະນາດນ້ອຍລົງ
  • ຂັ້ນຕອນ 2: ນຳພືດສະໝຸນໄພທີ່ຊອຍໄວ້ ແລະ ຮຳລົງໃນຖັງແລ້ວຄົນໃຫ້ເຂົ້າກັນ
  • ຂັ້ນຕອນ 3: ເທກາກນ້ຳຕານລົງໃນຖັງປະສົມກັບສະໝຸນໄພແລ້ວຈຶ່ງຄົນໃຫ້ເຂົ້າກັນ
  • ຂັ້ນຕອນ 4: ນຳເອົານ້ຳຫົວເຊື້ອ EM ມາປະສົມກັບນ້ຳ ( ເຈືອຈາງ) ໃນອັດຕາສ່ວນ 1/ນ້ຳ 3-4 ລິດ ແລ້ວຈຶ່ງເທລົງຖັງນ້ຳໝັກທີ່ກຽມໄວ້
  • ຂັ້ນຕອນ 5: ປິດຝາຖັງບັນຈຸໃຫ້ແໜ້ນດີແລ້ວນຳໄປເກັບໄວ້ບ່ອນຮົ່ມ ແລະ ໃຊ້ໄມ້ຄົນທຸກມື້ເປັນເວລາ 21 ວັນຫຼັງຈາກນັ້ນຕອງເອົາສະເພາະນ້ຳມາບັນຈຸໄວ້ຕຸກນ້ຳເພື່ອເກັບຮັກສາໄວ້

ວິທີນຳໃຊ້

  • ນຳເອົານ້ຳສະກັດມາປະສົມກັບນ້ຳໃນອັດຕາສ່ວນ 1/100  ( ນ້ຳສະກັດ 1 ລິດ ປະສົມກັບນ້ຳ 100 ລິດ )  ແລ້ວຈຶ່ງນຳໄປສີດໃສ່ພືດຜັກ 2 ຄັ້ງ/ອາທິດ ຫຼື 1ຄັ້ງ/3-4 ວັນ  ໂດຍສີດຢ່າງໜ້ອຍ 3 ຄັ້ງ ອີງຕາມການລະບາດຂອງແມງໄມ້ ແລະ ສັດຕູພືດ ທີ່ສຳຄັນຄວນສີດໃນຊ່ວງຕົວເພ້ຍຍັງອ່ອນຢູ່.
  • ສຳລັບພືດສວນຜັກ ແລະ ໄມ້ປະດັບ ຄວນສີດນ້ຳສະກັດໃນອັດຕາ 1/100 ລິດ ( 50 ລິດ/ໄລ່ ) ກ່ອນສີດແມ່ນໃຫ້ປະສົມແຟັບລົງໄປ 2 ບ່ວງແກງ ແລະ ນ້ຳມັນພືດ 2 ບ່ວງແກງ ເພື່ອໃຫ້ນ້ຳສະກັດຈັບໃບພືດໄດ້ດີ ແລະ ຫົວສີດມີຄວາມມື່ນສະດວກໃນການສີດ.
  • ສ່ວນພືດໃຫ້ໝາກ ແມ່ນໃຊ້ນ້ຳສະກັດເຈືອຈາງໃນອັດຕາສ່ວນ 1/100 ( ຄວນໃຊ້ໃນອັດຕາ 100 ລິດ/ໄລ່ )

ວິທີເກັບຮັກສາ

ຫາກນຳໃຊ້ນ້ຳສະກັດບໍ່ໝົດຄວນຕອງໃສ່ຕຸກນ້ຳທີ່ກຽມໄວ້ແລ້ວອັດຝາໃຫ້ແຈບດີ ທີສຳຄັນຄວນເກັບໄວ້ບ່ອນຮົ່ມ ສຳລັບໄລຍະເວລາໃນການເກັບຮັກສາແມ່ນ 1 ປີ.

ການນຳໃຊ້ນ້ຳສະກັດພືດສະໝຸນໄພທີ່ກ່າວມານັ້ນ ຄວນສີດໃນອັດຕາຄວາມເຂັ້ມຂຸ້ນທີ່ເໝາະສົມ ຫາກມີຄວາມເຂັ້ມຂຸ້ນຫຼາຍເກີນໄປອາດຈະເຮັດໃຫ້ພືດຕາຍໄດ້ ອີກສິ່ງໜຶ່ງທີ່ຄວນເອົາໃນໃສ່ຄືຊ່ວງເວລາທີ່ເໝາະສົມແກ່ການສີດແມ່ນຕອນຊ່ວງທີ່ບໍ່ມີແສງແດດຫຼາຍເກີນໄປຈະເປັນເຊົ້າ ຫຼື ຕອນແລງກໍໄດ້ ເພາະແສງແດດຈະທຳລາຍປະສິດທິພາບຂອງສານສະກັດໄດ້.

ທີ່ມາ:ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ(ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການໃຊ້ຝຸ່ນ)

Contribute