ການກຳຈັດດ້ວງກໍໃນນາເຂົ້າ

ວິທະຍາສາດ: child suppressalis
ຊື່ສາມັນ: stem borer
ຊື່ພາສາລາວ: ດ້ວງກໍ
ດ້ວງກໍໂຕແກ່ຈະເປັນແມງກະເບື້ອກາງຄືນ ໂຕອ່ອນຂອງດ້ວງກໍຈະເຂົ້າໄປຢູ່ໃນກາບຂອງໃບເຂົ້າ. ໃນໄລຍະທໍາອິດຕົວອ່ອນຂອງດ້ວງກໍສີບົວອ່ອນ ແລະ ດ້ວງກໍລາຍແຊກ ອາດຈະລວມກັນຢູ່ໃນທໍ່ໃດຫນໍ່ຫນຶ່ງຂອງຕົ້ນເຂົ້າ, ສ່ວນດ້ວງກໍສີເຫຼືອງ ແລະ ສີຂາວມັກຢູ່ໂດດດ່ຽວ ຕາມປົກກະຕິແລ້ວໂຕບົ້ງ ແລະ ດັກແດ້ຂອງດ້ວງກໍມັກພົບຢູ່ໃນກາບໃບເຂົ້າ ຫຼື ລໍາຕົ້ນ ຢູ່ຖັດຮວງເຂົ້າລົງມາຈົນເຖິງຫນ້າດິນ.
ການລະບາດ
ດ້ວງກໍຈະລະບາດຕັ້ງແຕ່ໄລຍະເຂົ້າແຕກກໍ ຫາ ແຕກກໍສູງສຸດ ເຂົ້າຕັ້ງທ້ອງ, ແຕ່ຈະສະແດງໃຫ້ເຫັນຢ່າງຊັດເຈນເວລາເຂົ້າອອກຮວງເພາະຈະເຫັນເປັນສີຂາວ
ລັກສະນະການທໍາລາຍ
- ໂຕອ່ອນຂອງດ້ວງກໍຈະທໍາລາຍຕົ້ນເຂົ້າ ດ້ວຍການກັດກິນພາຍໃນລໍາຕົ້ນບໍລິເວນທໍ່ລໍາລຽງອາຫານຂອງຕົ້ນເຂົ້າ
- ໃນໄລຍະເຂົ້າແຕກກໍເຮັດໃຫ້ໃບຍອດຫ່ຽວແຫ້ງ ແລະ ເວລາເຂົາອອກຮວງເປັນສີຂາວໆ ເມັດເຂົ້າຈະລີບ
ວິທີການປ້ອງກັນ
- ປູກພືດຫມູນວຽນເພື່ອຫຼຸດຜ່ອນຈໍານວນດ້ວງກໍ ໃຫ້ຫນ້ອຍລົງເພາະມັນຈະເປັນເງື່ອນໄຂລະບາດໃນລະດູຕໍ່ໄປ.
- ບໍ່ຄວນໃສ່ຝຸ່ນໃນໂຕເຈນຫຼາຍເກີນໄປ ເພາະຈະເຮັດໃຫ້ໃບເຂົ້າງາມ ດ້ວງກໍມັກມາວາງໄຂ່ໃສ່.
- ຄວນໃຊ້ໄຟຕະກຽງໃຕ້ໄວ້ໃນເວລາກາງຄືນເພື່ອຂ້າແມ່ດ້ວງກໍ.
- ຮັກສາສັດຕູພືດທໍາມະຊາດເຊັ່ນ: ແຕນບຽນ, ແມງມູມຊະນິດຕ່າງໆ, ຕັກແຕນຫນວດຍາວ ໂດຍການຫຼີກລ້ຽງການໃຊ້ສານເຄມີ.
- ໃຊ້ນໍ້າສະກັດຊີວະພາບສີດປ້ອງກັນຢ່າງເປັນປົກກະຕິ
- ນໍາໃຊ້ສະຫມຸນໄພໃນການກໍາຈັດ ມີສ່ວນປະສົມດັ່ງນີ້: ເປືອກຫມາກມັງຄຸດບົດລະອຽດ 1 ຂີດ, ເຫຼົ້າ 70 % 450 ຊີຊີ
ວິທີປຸງແຕ່ງນໍ້າສະຫມຸນໄພ: ນໍາເອົາສ່ວນປະສົມມາຮວມເຂົ້າກັນ ແລ້ວຫມັກປະໄວ້ 7 ວັນ ຫຼັງຈາກນັ້ນກໍ່ກັ່ນຕອງດ້ວຍຜ້າສະອາດ
ອັດຕາສ່ວນໃນການໃຊ້: ນໍ້າສະກັດ 2 ຊີຊີ ຕໍ່ ນໍ້າ 20 ລິດ ໃຊ້ສີດພົ່ນຕິດຕໍ່ກັນເປັນເວລາ 3 ວັນ ເວລາສີດແມ່ນຕອນເຊົ້າ ຫຼື
ຕອນແລງ, ຄວນສີດພົ່ນໃນຊ່ວງເຂົ້າໄດ້ 30 ວັນ ຂຶ້ນໄປ.
ວິທີການກໍາຈັດ
- ໃນເວລາກ່ຽວເຂົ້າໃຫ້ກ່ຽວຈໍາດິນບໍ່ໃຫ້ເຫຼືອຕໍເຟືອງຫຼາຍ ເພາະຕໍເຟືອງຈະເປັນບ່ອນລີ້ຂອງດ້ວງກໍ
- ຫຼັງຈາກເກັບກ່ຽວເຂົ້າແລ້ວໃຫ້ເອົານໍ້າເຂົ້າໃສ່ນາ ຂັງໄວ້ເພື່ອຂ້າດັກແດ້ຂອງດ້ວງກໍ.
- ໃນກໍລະນີທີ່ເຫັນດ້ວງກໍ່ເກີດຂື້ນຫຼາຍ ຈໍາເປັນຕ້ອງໄດ້ໃຊ້ຢາເຄມີເຊັ່ນ: Imdacloprid, Thiamethoxam ໃນອັດຕາສ່ວນທີ່ລະບຸໄວ້ໃນຂ້າງກ່ອງຢາ, ຄວນສີດພົ່ນໃນເວລາຕອນເຊົ້າ ຫຼື ຕອນແລງ (ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ໃຊ້)