ເມາະໝາກປີ ອາຫານຂອງຊົນເຜົ່າມະກອງ

bouavone thipphavanh
ເມາະໝາກປີ ໜຶ່ງໃນອາຫານຂອງຊົນເຜົ່າມະກອງ
ເຮືອນຄົວລາວ
www.phakhaolao.la

       ເມາະໝາກປີ ໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງຊົນເຜົ່າມະກອງ ບ້ານທັບລາວ (ຈະລຸ) ເມືອງບົວລະພາ ແຂວງຄໍາມ່ວນ. 

 

ສ່ວນປະກອບ:

  • ຫົວປີ                          1  ຫົວ   
  • ໜໍ່ຕາວຫ້າງ                 5-7 ໜໍ່   
  • ໝາກແຄ້ງ                   2 ພວງ   
  • ໝາກເຂືອ                    3-4 ໜ່ວຍ  
  • ໝາກເຜັດ                   3-5 ໜ່ວຍ 
  • ຫອມເປ                      2 ຕົ້ນ  
  • ຫອມບົ່ວໃບ                  2 ຕົ້ນ   
  • ຜັກບົວລະພາ                2 ຕົ້ນ      
  • ຜັກອີ່ເລີດ                    15-20 ໃບ   
  • ເກືອ                           1/2  ບ່ວງກາເຟ

ວິທີປຸ່ງແຕ່ງ

  • ຕົ້ມນ້ຳໃຫ້ຟົດ ຈາກນັ້ນນໍາເອົາໝາກແຄ້ງ, ໝາກເຂືອ, ຜັກອີ່ເລີດ, ຫົວປີ ແລະ ໜໍ່ຕາວຫ້າງ ໃສ່ລົງໃນໝໍ້

  • ຕົ້ມປະໄວ້ 10-15 ນາທີ ຫຼື ຈົນກ່ວາທຸກຢ່າງສຸກດີ

  • ຫຼັງຈາກນັ້ນ ຕັກອອກມາພັກໄວ້ໃຫ້ເຢັນ

  • ຕຳໝາກເຜັດ ແລະ ເກືອໃຫ້ລະອຽດ ແລ້ວນຳສ່ວນປະກອບຕ່າງໆທີ່ກຽມໄວ້ນັ້ນຕໍາໃຫ້ເຂົ້າກັນ

  • ຊອຍຫອມເປ, ຫອມບົ່ວໃບ ແລະ ຜັກບົວລະພາ ໃສ່ແລ້ວຕໍາໃຫ້ເຂົ້າກັນອີກຄັ້ງ

  • ຊີມເບິ່ງ ວ່າໄດ້ລົດຊາດຕາມທີ່ຕ້ອງການແລ້ວບໍ?

 

ແຫຼ່ງຂໍ້ມູນ:    ນ. ສີດາ   ປະຊາຊົນບ້ານທັບລາວ (ຈະລຸ) ເມືອງບົວລະພາ ແຂວງຄໍາມ່ວນ. 

ການປະກອບສ່ວນ