ເຝີຂົ້ວຫຼວງນ້ຳທາໃສ່ນ້ຳປູ

Andy Souvanhphukdee
ເຝີຂົ້ວມີຫຼາກຫຼາຍປະເພດ ເຊັ່ນ ເຝີຂົ້ວຫຼວງພະບາງໃສ່ແຈ່ວບອງ, ເຝີຂົ້ວເມືອງສິງໃສ່ໝາກຖົ່ວເໜົ່າ, ເຝີຂົ້ວໝາກງາ ແລະ ອື່ນໆ. ພິເສດ ເຝີຂົ້ວເຫຼົ່ານີ້ ໄດ້ຮັບຄວາມນິຍົມ ແລະ ເປັນເມນູທີ່ມີໂດ່ງດັງຫຼາຍສຳລັບເຮືອນພັກທ່າເຮືອ
ເຮືອນຄົວລາວ
https://luangnamthaguide.com/2012/06/lais-place/
Luang Namtha Guide

ສ່ວນປະສົມ
•  ໝູຊອຍ 100 g
•  ຖົ່ວຝັກຍາວ 1 ໜ່ວຍ ຕັດຍາວ 4 ຊມ 
•  ເຫັດນາງລົມ 1-2 ດອກໃຫ່ຍ ຈີກເປັນຕ່ອນກວ້າງ 1-2ຊມ
•  ຫົວຜັກບົ່ວໃຫ່ຍຊອຍ  ¼ ຫົວ
•  ກະທຽມຊອຍ 2 ກີບ
•  ນໍ້າມັນ 2 ບ່ວງແກງ
•  ນໍ້າປູ ½ -1 ບ່ວງຊາ
•  ເສັ້ນເຝີແຫ້ງ ນຳໄປແຊ່ນ້ຳ 2 ຖ້ວຍ (ສາມາດໃຊ້ເສັ້ນເຂົ້າຊອຍແທນ)
•  ນ້ຳຕານ ½ ບ່ວງຊາ
•  ສະອິ້ວ 2 ບ່ວງແກງ
•  ນ້ຳ 3 ບ່ວງແກງ (ຖ້າຕ້ອງການ)
 
ສ່ວນປະສົມຫຼັງຈາກທີ່ອາຫານປຸງແຕ່ງສຳລັດແລ້ວ
•  ໝາກນາວ ເຄິ່ງໜ່ວຍ
•  ໝາກເຜັດແຫ້ງ

ສຳລັບໜຶ່ງຄົນ

ວິທີການ
1.  ກຽມສ່ວນປະສົມທຸກຢ່າງໃຫ້ພ້ອມ
2.  ທອດກະທຽມຈົນເປັນສີເຫຼືອງ ແລ້ວໃສ່ຊີ້ນລົງໄປ ເພື່ອຂົ້ວໃຫ້ສຸກ ຕາມດ້ວຍໝາກຖົ່ວ, ເຫັດ, ນໍ້າປູ ແລະ ຫົວຜັກບົ່ວໃຫ່ຍຊອຍ ຂົ້ວທຸກຢ່າງໃຫ້ເຂົ້າກັນຈົນກ່ວາຫົວຜັກບົ່ວຈະອ່ອນ
3.  ລວກເສັ້ນເຟີ ຫຼື ເສັນເຂົ້າຊອຍໃຫ້ສຸກ ແລ້ວໃສ່ລົງໃນກະທະ ພ້ອມນໍ້າຕານ ແລະ ສະອິ້ວ ຄົນທຸກຢ່າງໃຫ້ເຂົ້າກັນ (ໃສ່ນ້ຳ ຖ້າຕ້ອງການ). ສຸດທ້າຍ ຕັກໃສ່ຈານ ໂຮຍໜ້າດ້ວຍໝາກເຜັດ ແລະ ວາງໝາກນາວ ໄວ້ຂ້າງຈານ

ຄຳແນະນຳ

•  ສາມາດໃສ່ໄຂ່ ເປັນສ່ວນປະສົມຕາມຕ້ອງການ
•  ໃສ່ແຈ່ວບອງ1ບ່ວງຊາແທນນ້ຳປູສຳລັບ ເຝີຂົ້ວຫຼວງພະບາງໃສ່ແຈ່ວບອງ
•  ໃສ່ນ້ຳປູ 1 ບ່ວງຊາແທນ ໝາກຖົ່ວເນົ່າສຳລັັບ ເຝີຂົ້ວເມືອງສິງໃສ່ໝາກຖົ່ວເນົ່າ
•  ເຝີຂົ້ວໝາກງາ ໃສ່ນໍ້າມັນງາ 1 ບ່ວງຊາແທນ ນໍ້າແຈ່ວຕ່າງໆ, ໂຮຍໜ້າດ້ວຍໝາກງາ 1 ບ່ວງຊາກ່ອນຮັບປະທານ
•  ໃສ່ຫອມລາບ ຫຼື ສະມຸນໄພຊະນິດອື່ນທີ່ຕ້ອງການ
•  ໃສ່ໝາກເຜັດຊອຍ ສຳລັບຄົນທີ່ມັກກິນເຜັດ
•  ສາມາດໃສ່ຜັກໄດ້ຕາມຕ້ອງການ ເຊັ່ນ ໝາກຖົ່ວຍາວ, ໝາກຖົ່ວຍັດ, ຜັກກາດຂຽວ ຫຼື ໜໍ່
•  ສາມາດໃສ່ຊີ້ນໄກ່, ເປັດ ຫຼື ຊີ້ນງົວ ແທນໝູ

ຂໍ້ມູນຈາກ ອາຫານຈາກພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ວີດີໂອຈາກ Pailin’s kitchen

ການປະກອບສ່ວນ