ເຂົ້າໜົມປ່ານ

Andy Souvanhphukdee
ເຂົ້າໜົມປ່ານຂອງຝາກຕິດມືຈາກທ່າແຂກ
ເຮືອນຄົວລາວ
http://dulichhatinh.com.vn/news/AM-THUC/Banh-gai-Duc-Tho-121/
dulichhatinh.com.vn

ສ່ວນປະສົມ

  • ໃບປ່ານແກ່
  • ໝາກພ້າວກະຈາຂູດມຸ່ນ 500 g
  • ຖົ່ວຂຽວ 300 g
  • ເກືອ 1 ບ່ວງຊາ
  • ນ້ຳຕານ 125 g
  • ແປ້ງເຂົ້າໜຽວ 500 g
  • ໃບຕອງແຫ້ງ ຂະໜາດເຈ້ຍ A4 20 ໃບ
  • ໃບຕອງຂຽວ ຂະໜາດເຈ້ຍ A4 50-60 ໃບ

ວິທີກຽມໄສ້ເຂົ້າໜົມປ່ານ

  1. ມ່າຖົ່ວຂຽວປະໄວ້ 30 ນາທີ
  2. ນຳມາໜຶ້ງ 15-20 ນາທີ, ປະໄວ້ໃຫ້ເຢັນ
  3. ນຳຖົ່ວຂຽວມາຕຳ
  4. ປະສົມຖົ່ວຂຽວ, ໝາກພ້າວຂູດ, ເກືອ ແລະ ນໍ້າຕານເຂົ້າກັນ
  5. ນຳມາປັ້ນເປັນຮູບມົນກົມຂະໜາດນ້ອຍກວ່າ ກ້ອນແປ້ງໜ້ອຍໜຶ່ງ

ວິທີປຸງແຕ່ງ

  • ນຳໃບປ່ານມາຕາກແດດໃຫ້ແຫ້ງ 2-3 ມື້
  • ນຳໄປປ່ານຕາກແຫ້ງມາຕົ້ມນ້ຳໃຫ້ເປື່ອຍ ແລ້ວນຳໄປຕຳ ກ່ອນທີ່ຈະປະສົມກັບແປ້ງເຂົ້າໜຽວ ແລ້ວຕຳໃຫ້ເຂົ້າກັນອີກເທື່ອໜຶ່ງ
  • ນຳມາປັ້ນເປັນຮູບມົນກົມ ຂະໜາດນ້ອຍໃຫ່ຍຕາມຕ້ອງການ
  • ນຳກ້ອນແປ້ງມາຜື ເປັນປ່ຽງ ແລ້ວໃສ່ໄສ້ຖົ່ວຂຽວທີ່ກຽມໄວ້

ວິທີການຫໍ່

  1. ຫໍ່ດ້ວຍໃບຕ້ອງແຫ້ງສຳລັບຊັ້ນທີ່ໜຶ່ງ
  2. ຫໍ່ດ້ວຍໃບຕອງຂຽວ 3-5 ໃບສຳລັບຊັ້ນທີ່ 2
  3. ມັດດ້ວຍເສັ້ນໄມ້ຕອກ

ວິທີການໜຶ້ງ

  • ນຳໄປໜຶ້ງ 3-4 ຊົ່ວໂມງ ຫຼື ຈົນກ່ວາຈະສຸກ
  • ແກະໃສ່ຖ້ວຍພ້ອມຮັບປະທານ 

ເພີ່ມເຕີມ

  • ເຂົ້າໜົມປ່ານມີວິທີການຫໍ່ຂ້ອນຂ້າງໜາ ແລະ ສັບຊ້ອນ
  • ໃບຕອງແຫ້ງຕ້ອງເອົາໃບທີ່ແຫ້ງຈາກຕົ້ນເທົ່ານັ້ນ ເພາະໃບຕອງຕາກແຫ້ງຈະມີເຊື້ອລາ
  • ໃຊ້ໃບປ່ານແກ່
ການປະກອບສ່ວນ