ເຂົ້າໜົມຕະໂກ

Andy Souvanhphukdee
ຕະໂກ ເຂົ້າໜົມພື້ນເມືອງ ຫອມຫວານມັນ ມີຫຼາກຫຼາຍລົດຊາດໃຫ້ເລືອກບໍ່ວ່າຈະເປັນສາລີ, ເຜືອກ ຫຼື ມັນດ້າງ
ເຮືອນຄົວລາວ
https://www.wongnai.com/recipes/corn-ta-ko
wongnai.com

ສ່ວນປະສົມ

  • ເມັດສາລີຕົ້ມສຸກ 1 ຖ້ວຍ
  • ແປ້ງຖົ່ວຂຽວ 1 ¼ ຖ້ວຍ
  • ແປ້ງມັນຕົ້ນ ¼ ຖ້ວຍ
  • ນ້ຳຕານ 1 ½ ຖ້ວຍ
  • ນ້ຳ 3 ຖ້ວຍ

ສ່ວນປະສົມສຳລັບໜ້າຕັ້ງໂກ

  • ແປ້ງສາລີ ½ ຖ້ວຍ
  • ເກືອ 1 ບ່ວງຊາ
  • ຫົວກະທິ 3 ½ ຖ້ວຍ
  • ໃບເຕີຍ ສຳລັບເຮັດແມ່ພິມ ຫຼື ຕະໂກ
phakhaolao.la

ສຳລັບ 6-7 ຄົນ

ວິທີປຸງແຕ່ງ

  1. ປະສົມແປ້ງຖົ່ວຂຽວ ແລະ ແປ້ງມັນຕົ້ນໃຫ້ເຂົ້າກັນ
  2. ລະລາຍນ້ຳຕານໃສ່ນ້ຳທີ່ຕຽມໄວ້ ແລ້ວນຳໄປປະສົມກັບແປ້ງ ຫຼັງຈາກນັ້ນກໍໃສ່ລົງໃນໝໍ້, ຂ້ຽວດ້ວຍໄຟລະດັບກາງ (ບໍ່ແຮງ ແລະ ອ່ອນຫຼາຍຈົນເກີນໄປ)
  3. ຫຼັງຈາກທີ່ຂ້ຽວຈົນແປ້ງໜ້ຽວແລ້ວ ໃຫ້ລົດລະດັບໄຟລົງ, ໃສ່ສາລີ ຄົນໃຫ້ເຂົ້າກັນປະມານ 2-3 ນາທີ
  4. ຕັກໃສ່ແມ່ພິມ ຫຼື ຕັ້ງໂກທີ່ເຮັດດ້ວຍໃບເຕີຍ

ວິທີເຮັດ ໜ້າຕະໂກ

  • ໃສ່ແປ້ງສາລີ ແລະ ກະທິທີ່ຕຽມໄວ້ລົງໃນຊາມ ຄົນໃຫ້ເຂົ້າກັນ, ໃສ່ລົງໝໍ້ ຂ້ຽວດ້ວຍໄຟອ່ອນໆ ຈົນກ່ວາສ່ວນປະສົມຈະໜຽວ ແລ້ວຕັກໃສ່ຕັ້ງໂກ້ທີ່ເຮັດໄວ້
  • ໂຮຍໜ້າຕະໂກດ້ວຍເມັດສາລີ
     
https://www.wongnai.com/recipes/corn-ta-ko
wongnai.com

 

ຄຳແນະນຳ

ໃສ່ ເຜືອກ, ມັນດ້າງ, ໝາກອຶ ແທນສາລີໄດ້ຕາມຕ້ອງການ

ຂໍ້ມູນເພີ່ມເຕີມ FoodTravelTVChannel

ການປະກອບສ່ວນ