ສ້າໂລຊີ້ນໝູ

Andy Souvanhphukdee
ສ້າໂລ ອາຫານຈາກຊາວໄຕລື (ໄທລື້) ມີຫຼາກຫຼາຍປະເພດເຊັ່ນ ສ້າໂລ້ຊີ້ນໝູ, ເປັດ ຫຼື ໄກ່
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
  •  ຊີ້ນໝູຕິດນ້ຳມັນ 250 g
  •  ຫົວຜັກບົ່ວແດງ ຊອຍ ½ ຈອກກາເຟ
  •  ນ້ຳມັນສັດ ຫຼື້ ນ້ຳມັນພືດ 3 ບ່ວງແກງ
  •  ກະທຽມຊອຍ 2 ບ່ວງແກງ
  •  ນ້ຳປາ 2 ບ່ວງແກງ
  •  ຄະນໍ ½ - 1 ບ່ວງຊາ
  •  ໝາກເຜັດປົ່ນ 1-2 ບ່ວງຊາ
  •  ໝາກແຄ່ນ ຕຳມູ່ນ 1 ບ່ວງແກງ
  •  ຫອມລາບ 2-3 ບ່ວງແກງ
  •  ໝາກເຜັດດິບ 1 ໜ່ວຍ, ຊອຍ

ວິທີປຸງແຕ່ງ
  1.  ຊອຍສ່ວນປະສົມທຸກຢ່າງທີ່ມີ ຍົກເວັ້ນສະມຸນໄພ
  2.  ຄ້າງໝໍ້ໃສ່ນໍ້າມັນ, ທອດກະທຽມຫຼັງຈາກທີ່ໝໍ້ຮ້ອນ ຕາມດ້ວຍຊີ້ນໝູ ໃສ່ນໍ້າປາ ແລະ ຄະນໍ
  3.  ຂົ້ວປະມານ 2 ນາທີ
  4.  ໃສ່ຫົວກະຣົດ, ຫົວຜັກບົ່ວ, ພິກໄທແລະ ໝາກແຄ່ນ ແລ້ວຂົ້ວຈົນກ່ວາສ່ວນປະສົມທຸກຢ່າງຈະສຸກ. ເພີ່ມລົດຊາດຕາມຕ້ອງການ
  5.  ປິດໄຟ,ໃສ່ສະມຸນໄພ ແລ້ວຄົນເຂົ້າກັນກັບສ້າ. ຕັກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ
  •  ໃສ່ເຕົ້າຮູ້ ແທນຊີ້ນໝູ
  •  ໃຊ້ຊີ້ນເປັດ, ໄກ່ ຫຼື ຊີ້ນງົວຈະແຊບກ່ວາ
  •  ຖ້າຫາກບໍ່ມີໝາກແຂ່ນ ແນະນຳໃຫ້ໃສ່ພິກໄທເຊຊວນ ແລະ ພິກໄທດຳແທນ
  •  ສຳລັບຄົນທີ່ກຳລັງລົດປະລິມານໄຂມັນໃນຮ່າງກາຍ ແນະນຳໃຫ້ໃຊ້ນ້ຳແກງ 6 ບ່ວງແກງ ຕົ້ມສ່ວນປະສົມແທນການ ຂົ້ວ (ບໍ່ໃສ່ຄະນໍ), ຫຼັງຈາກທີ່ນ້ຳເລີ່ມແຫ້ງແລ້ວ ໃສ່ເກືອລົງໄປ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ