ປ່ຽງເຕີຍ

Andy Souvanhphukdee
ສະໄຫມກ່ອນບໍ່ທັນມີແປ້ງນົວ ຊາວບ້ານຈະເອົາປ່ຽງເຕີຍນີ້ທົດແທນແປ້ງນົວ ເພື່ອປຸງແຕ່ງອາຫານ, ນອກຈາກນີ້ປ່ຽງເຕີຍຍັງນໍາມາປີ້ງໄຟ ເຮັດແຈ່ວໄດ້ອີກ.
ເຮືອນຄົວລາວ
phakhaolao
phakhaolao

ການກະກຽມ

  •  ນໍາເອົາຫມາກເຕີຍ (ເມັດຖົ່ວເຫຼືອງ)ທີ່ແກ່ນຕື່ງ ແລະງາມດີ ມາຕົ້ມໃຫ້ສຸກ 1-2 ນໍ້າ
  •  ໃຫ້ນຳເຕີຍຕົ້ມສຸກ ມາອົບໃສ່ຖັງໄມ້ທີ່ກຽມໄວ້ ແລ້ວນຳໃບຕອງມາໂອບອ້ອມ ເພື່ອອົບໄວ້ 3-4 ມື້ 
  •   ຫຼັງຈາກທີ່ອົບໄວ້ຄົບ 3 ມື້ ຄວນໄຂສັງເກດເບິ່ງ, ຖ້າຫາກໝາກເຕີຍ ຫຼື ຖົ່ວເຫຼືອງປ່ຽນເປັນສີໂຫມກໆ ນັ້ນສະແດງວ່າ ສາມາດນຳມາເຮັດປ່ຽງເຕີຍໄດ້.
https://www.flickr.com/photos/hollybirchphotography/2551615692/
holly (Flickr)

ສ່ວນປະສົມ

  • ໝາກເຕີຍ (ຖົ່ວເຫຼືອງ) 1 ຖວ້ຍແກງ
  • ເກືອ 1​ບ່ວງແກງ
  • ຫົວສີໄຄ 3 ຫົວ ຊອຍມຸນ
  • ໝາກເຜັດແຫ້ງ ຫຼື ໝາກເຜັດໃຫ່ຍຊຳເໜືອ 3-4 ໜ່ວຍ

ວິທີປຸງແຕ່ງ 
  -  ຕຳຫມາກເຕີຍ ໃສ່ເກືອ, ຫົວສີໄຄ, ຫມາກເຜັດແຫ້ງ ຫຼືຫມາກເຜັດໃຫຍ່ຊໍາເຫນືອ ໃຫ່ມຸ່ນ. 
  -  ກຽມໄມ້ເພື່ອເຮັດເປັນວົງກົມໄວ້
  -  ຈາກນັ້ນເອົາຫມາກເຕີຍທີ່ຕໍາມາວາງໃສ່ວົງໄມ້ ໃຊ້ບ່ວງຮີດເພື່ອແປຮູບຮ່າງໃຫ້ເປັນປ່ຽງ.
  -  ສານກະແຕະ ເອົາປ່ຽງເຕີຍມາຕາກແດດໃຫ້ແຫ້ງ ຈົນກ່ວາສີຂອງເຕີຍຈະເປັນສີແດງ.
ສູດເຮັດປ່ຽງເຜີຍສໍາເລັດແລ້ວ.


ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານ ບ້ານເຮົາ

ການປະກອບສ່ວນ