ຂົ້ວຜັກກາດກວາງຕຸ້ງ

Andy Souvanhphukdee
ຂົ້ວຜັກກາດກວາງຕຸ້ງ ອາຫານພຶ້ນບ້ານຂອງຫຼວງນ້ຳທາ ຂົ້ວໃສ່ ໝາກອຶ ຫຼື ຊີ້ນໄດ້ຕາມຕ້ອງການ
ເຮືອນຄົວລາວ
http://www.deksomboon.com/recipe-detail/detail-30.html
Yanwalyun

ສ່ວນປະສົມ
•  ນ້ຳມັນ ½ ຈອກກາເຟ
•  ກະທຽມ 1 ຫົວນ້ອຍ ຫຼື 5 ກີບໃຫ່ຍ
•  ຊີ້ນໝູ 150 g
•  ສະອິວ 1 ບ່ວງແກງ
•  ນ້ຳປາ 1 ບ່ວງແກງ
•  ຜັກກາດກວາງຕຸ້ງ ຊອຍ 1 ມັດໃຫ່ຍ ຫຼື 300 g 
•  ນ້ຳມັນຫອຍ 1 ບ່ວງແກງ

ວິທີປຸງແຕ່ງ
1.  ຄ້າງໝໍ້ກະທະ,ທອດກະທຽມປະມານ 2 ນາທີ ແລ້ວໃສ່ຊີ້ນໝູ, ຄົນໃຫ້ເຂົ້າກັນ
2.  ໃສ່ສະອິ້ວ ແລະ ນ້ຳປາ 1 ບ່ວງແກງ, ຄົນໃຫ້ເຂົ້າກັນປະມານ 1 ນາທີ
3.  ໃສ່ຜັກ, ຄົນໃຫ້ເຂົ້າກັນປະມານ 1 ນາທີ
4.  ປິດຝາໄວ້ 2 ນາທີ, ຊິມ ແລະ ເພີ່ມລົດຊາດດ້ວຍນ້ຳມັນຫອຍ ສືບຕໍ່ຂົ້ວຈົນຜັກສຸກ ຫຼື ປ່ຽນສີ, ຖ້າຫາກນ້ຳແຫ້ງ ອາດຈະເພີ່ມນ້ຳໃສ່ໜ້ອຍໜຶ່ງ
5.  ຕັກໃສ່ຈານ ຮັບປະທານກັບອາຫານລາວຈານອື່ນໆໄດ້ຕາມຕ້ອງການ

ຄຳແນະນຳ
•  ໃສ່ໝາກເຜັດກ່ອນຂົ້ວຊີ້ນ ເພື່ອເພີ່ມລົດຊາດໃຫ້ເຜັດ
•  ໃສ່ຊີ້ນໄກ່, ເປັດ ຫຼື ໄກ່ງວງ ແທນຊີ້ນໝູ
•  ຜັກກາດຂາວ, ໝາກຖົ່ວຝັກຍາວ, ໝາກແຕງ, ໝາກອຶ, ຜັກບົ້ງ ຫຼື ຜັກອື່ນໆ
•  ເພີ່ມລົດຊາດດ້ວຍ ສະມຸນໄພ
•  ຂ່າ (ຂົ້ວ 10 ວິນາທີ ຕັກອອກພັກໄວ້, ໃສ່ ຫຼັງຈາກຂົ້ວຊີ້ນຮຽບຮ້ອຍແລ້ວ)

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອໂດຍ FoodTravelTVChannel

ການປະກອບສ່ວນ