ຂີງຂັນໝາກເບັນ / Mak Beng Ginger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Zingiber kerrii Craib / Zingiberaceae
ຊື່ພ້ອງ
Zingiber menghaiense S.Q.Tong
Zingiber stipitatum S.Q.Tong
ຊື່ອື່ນ
Thai: ขิงดา
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກທີ່ມີເຫງົ້າໃຕ້ດິນ, ລຳຕົ້ນສູງ 1.9 ແມັດ. ໃບ 10-30 ໃບ, ຮູບແຖບ ຫຼື ຮູບໃບຫອກ, ຂະໜາດ 10-30 x 2-3 ຊັງຕິແມັດ, ປາຍໃບແຫຼມ, ກົກໃບມົນກົມ ຫຼື ຮຽວແຫຼມ, ຂອບໃບລຽບ. ກ້ານໃບຍາວ 3 ມີນລີແມັດ. ຊໍ່ດອກເກີດຈາກເຫງົ້າໃຕ້ດິນຕັ້ງຊື່, ຮູບໄຂ່, ຂະໜາດ 4.5-9 x 4-5 ຊັງຕິແມັດ, ກ້ານຊໍ່ດອກຍາວ 4-12 ຊັງຕິແມັດ. ດອກສີເຫຼືອງອ່ອນ ປົນສີບົວອ່ອນກັບສີແດງ. ໃບປະດັບຮູບມົນກົມ, ຂະໜາດ 4.2 x 3.6 ຊັງຕິແມັດ, ປາຍມົນ, ສີບົວປົນສີແດງຢູ່ປາຍ. ໃບປະດັບຍ່ອຍຮູບຂອບຂະໜານ, ປາຍມົນ. ກາບດອກ 1.3-1.5 ຊັງຕິແມັດ, ເປັນຫຼອດກ້ຽງ, ເປັນແສກເລິກດ້ານດ່ຽວ.  ກີບດອກເຊື່ອມຕິດກັນເປັນຫຼອດດອກຍາວ 3.6 ຊັງຕິແມັດ, ແສກກີບດອກຮູບໄຂ່ ຫຼື ຮູບຂອບຂະໜານ-ຮູບຫອກ. ກີບປາກສີເຫຼືອງອ່ອນ, ຮູບໄຂ່ກັບ, ປາຍແຍກເປັນສອງແສກ, ໃກ້ກົກດ້ານໃນຈະມີສີມ່ວງປົນສີບົວອ່ອນ, ກີບຂ້າງຮູບຂອບຂະໜານ, ເກສອນຜູ້ ສີຂາວ. ເຕົ້າໄຂ່ກ້ຽງ. ໝາກແຫ້ງແລ້ວແຕກ.

ອອກດອກ ແລະ ໝາກປະມານເດືອນເມສາ ເຖິງກໍລະກົດ, ມັກພົບໃນປ່າປະສົມປ່ຽນໃບກັບປ່າໄມ້ປ່ອງ.

ບັນຍາຍການນຳໃຊ້

ດອກເປັນອາຫານພື້ນເມືອງຂອງເຜົ່າກືກມຸ, ເຊິ່ງໄດ້ເກັບເອົາມາຈາກປ່າ. ຊໍ່ດອກອ່ອນ ແລະ ໜໍ່ອ່ອນສາມາດນຳໃຊ້ເປັນອາຫານໂດຍການຕົ້ມ ຫຼື ລວກ, ບາງຄັ້ງກໍ່ແກງໃສ່ປາແຫ້ງ ຫຼື ປີ້ງໃຫ້ສຸກແລ້ວຕໍ່າແຈ່ວ.

ການປະກອບສ່ວນ