ຜັກແປ້ນ / Garlic Chives

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Allium tuberosum Rottler ex Spreng. / Amaryllidaceae
ຊື່ພ້ອງ
Allium tuberosum Roxb.
Allium tuberosum f. yezoense (Nakai) M.Hiroe
ຊື່ອື່ນ
ລາວ: ຕົ້ນແປ້ນ.
ໄທ: ຜັກກຸຍຊ່າຍ, ຜັກໄມ້ກວາດ, ຜັກແປ້ນ
ຈີນ: ກູ່ໄສ່.
Eng: Garlic chives, Oriental garlic, Asian chives, Chinese chives, Chinese lee
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 30–45 ຊມ, ມີເຫງົ້ານ້ອຍ. ໃບດ່ຽວ, ໃບຈັບຈຸ້ມກັນ, ຮູບຂອບຂະໜານ, ຍາວ 30–40 ຊັງຕີແມັດ, ຢູ່ໂຄນເປັນກາບຊ້ອນສະຫຼັບກັນ, ຂອບລຽບ, ປາຍແຫຼມ, ກ້ຽງທັ້ງສອງດ້ານ. ດອກອອກເປັນຊໍ່, ສີຂາວ, ມີກິ່ນຫອມ, ກ້ານຊໍ່ດອກຍາວ 40–45 ຊັງຕີແມັດ, ອອກດອກໃນລະດັບດຽວກັນຢູ່ປາຍຂອງກ້ານຊໍ່ດອກ, ກ້ານດອກມີຂະໜາດເທົ່າກັນ ແລະ ມີໃບປະດັບຫຸ້ມຊໍ່ດອກ, ກາບດອກມີສີຂາວ 6 ກາບ, ຍາວ 6 ມີນລີແມັດ, ໂຄນຕິດກັນ, ປາຍແຍກຢູ່ກາງກາບດອກ, ດ້ານນອກມີສັນ ຫຼື ເສັ້ນສີຂຽວອ່ອນໆຈາກໂຄນກາບໄປຫາປາຍ, ເມື່ອດອກບານຈະກວ້າງປະມານ 1 ຊັງຕີແມັດ, ມີເກສອນເພດຜູ້ 6 ອັນ, ຈັບກົງກັນຂ້າມກັບກາບດອກ ແລະ ເກສອນເພດແມ່ 1 ອັນ. ເຕົ້າໄຂ່ຢູ່ເທີງວົງກາບ. ໝາກກົມ, ກວ້າງ ແລະ ຍາວປະມານ 4 ມີນລີແມັດ. ພາຍໃນມີ 3 ຫ້ອງໄຂ່ ແລະ ມີເຈ້ຍຫຸ້ມຕື້ນໆ.

ບັນຍາຍການນຳໃຊ້

ໃບຜັກແປ້ນຊ່ວຍຮັກສາບາດແຜລິດສີດວງທະວານ, ຊ່ວຍເຮັດໃຫ້ລິດສີດວງຫົດ ດ້ວຍການໃຊ້ໃບສົດລ້າງນ້ຳສະອາດຕົ້ມກັບນ້ຳຮ້ອນແລ້ວນັ່ງເໜືອພາຊະນະຮົມອາຍຈົນນ້ຳອຸ່ນ ຫຼື ຈະນ້ຳທີ່ຕົ້ມລ້າງແຜວັນລະ 2 ຄັ້ງ ຫຼື ຈະໃຊ້ໃບນຳມາປາດເປັນຕ່ອນນ້ອຍແລ້ວນຳມາຂົ້ວໃຫ້ຮ້ອນໃຊ້ຜ້າຫໍ່ມາປະຄົບບໍລິເວນທີ່ເປັນຈະຊ່ວຍເຮັດໃຫ້ຫົວລິດສີດວງຫົດເຂົ້າໄປໄດ້. ຕົ້ນສົດ ແລະ ໃບມີສັບພະຄຸນແກ້ໜີ່ວດ້ວຍການໃຊ້ໃບສົດ ແລະ ຕົ້ນນຳມາຕຳໃຫ້ລະອຽດປະສົມກັບເຫຼົ້າ ແລະ ໃສ່ສານສົ້ມເລັກນ້ອຍແລ້ວຕອງເອົາແຕ່ນ້ຳມາຮັບປະທານ 1 ຈອກຊາ. ສຳລັບສະຕີທີ່ກຳລັງຖືພາແລ້ວມີອາການອາຈຽນ ຫຼື ເບື່ອອາຫານໃຫ້ໃຊ້ນ້ຳຄັ້ນຈາກຜັກແປ້ນ ½ ຈອກ, ນ້ຳຂິງ ½ ຈອກ ນຳມາປະສົມກັນແລ້ວນຳໄປຕົ້ມຈົນຟົດຕື່ມນ້ຳຕານຕາມໃຈມັກແລ້ວນຳມາດື່ມ. ສະຕີເກີດລູກໃໝ່ມັກມີອາການໝົດສະຕິສາມາດແກ້ດ້ວຍການໃຊ້ໃບຜັກແປ້ນສົດນຳມາຟັກໃຫ້ລະອຽດໃສ່ໃນເຫຼົ້າທີ່ຕົ້ມຮ້ອນແລ້ວຖອກເຂົ້າໄປໃນປາກ. ແຕ່ຖ້າມີອາການວິນຫົວກໍ່ໃຊ້ໃບຜັກແປ້ນມາຟັກໃຫ້ລະອຽດແລ້ວຕື່ມນ້ຳສົ້ມສາຍຊູຮ້ອນໆລົງໄປແລ້ວນຳມາໃຊ້ສູດດົມແກ້ອາການວິນວຽນໄດ້.

ການປະກອບສ່ວນ