8 ອາຫານຊ່ວຍບຳລຸງຕັບ

Sakhone INTHAVONG
ບຳລຸງ ແລະ ລ້າງສານພິດໃນຕັບດ້ວຍ 8 ອາຫານ
ຊີວະນາໆພັນກະສິກຳ
www.phakhaolao.la
https://omgthailand.net/16-foods-to-nourish-liver/

ຕັບເປັນອະໄວຍະວະທີ່ສຳຄັນຂອງຮ່າງກາຍມີໜ້າທີ່ໃນການກຳຈັດສິ່ງເສດເຫຼືອ ແລະ ສານພິດຕົກຄ້າງໃນຮ່າງກາຍທີ່ໄດ້ຮັບຈາກການຮັບປະທານອາຫານຕ່າງໆອອກມາ ສະນັ້ນການເລືອກກິນອາຫານທີ່ມີປະໂຫຍດ ແລະ ຊ່ວຍບຳລຸງຕັບນັັ້ນຖືເປັນສິ່ງສຳຄັັນ ອາຫານທີ່ຊ່ວຍບຳລຸງຕັບມີດັ່ງນີ້:

ໝາກຂາມປ້ອມ

ໝາກຂາມປ້ອມສາມາດຊ່ວຍບຳລຸງຕັບໄດ້ ເພາະອຸດົມໄປດ້ວຍວິຕາມິຊີ ທັງຊ່ວຍປ້ອງກັນການເກີດພິດໂລຫະໜັກຕໍ່ຕັບ ແລະ ຊ່ວຍປ້ອງກັນການເກີດມະເຮັງຕັບ ພ້ອມຊ່ວຍຮັກສາການຕິດເຊື້ອຂອງຕັບອັກເສບໄດ້ອີກດ້ວຍ.

https://www.lazada.co.th/products/indian-gooseberryamalaki-100-1-i303492701.html

 

ເຫັດຊະນິດຕ່າງໆ

ເຫັດແມ່ນພືດຊະນິດໜຶ່ງທີ່ຊ່ວຍບຳລຸງຕັບໄດ້ເຊັ່ນກັນບໍ່ວ່າຈະເປັນເຫັດເຟືອງ, ເຫັດນາງຟ້າ, ເຫັດຫູໜູ ແລະ ເຫັດຫຼີນຈື... ເຫັດຈະຊ່ວຍຫຼຸດໄຂມັນໃນຕັບໄດ້ ນອກຈາກນີ້ຍັງຊ່ວຍຕໍ່ຕ້ານການເກີດມະເຮັງຕັບ ແລະ ຊ່ວຍເພີ່ມເມັດເລືອດຂາວໃນຮ່າງກາຍອີກດ້ວຍ.

https://rositacorrer.com/%E0%B8%AA%E0%B8%A3%E0%B8%A3%E0%B8%9E%E0%B8%84%E0%B8%B8%E0%B8%93-%E0%B9%80%E0%B8%AB%E0%B9%87%E0%B8%94-%E0%B8%A1%E0%B8%B5%E0%B8%9B%E0%B8%A3%E0%B8%B0%E0%B9%82%E0%B8%A2%E0%B8%8A%E0%B8%99%E0%B9%8C/

 

ຂີ້ໝີ້ນ

ສາມາດຊ່ວຍໃຫ້ຕັບແຂງແຮງ ແລະ ຊ່ວຍລ້າງສານພິດອອກຈາກຕັບ ສົ່ງຜົນໃຫ້ຕັບເຮັດວຽກໄດ້ຢ່າງມີປະສິດທິພາບ.

https://www.thairath.co.th/lifestyle/life/1913452

 

ມັນດ້າງ

ມັນດ້າງເປັນອາຫານທີ່ຊ່ວຍບຳລຸງຕັບໄດ້ເປັນຢ່າງດີ ເພາະໃນມັນດ້ງມີສານອາຫານກລູໂຄຊີໂນເລດ ທີ່ເປັນປັດໃຈສຳຄັນທີ່ກະຕຸ້ນໃຫ້ຕັບອ່ອນຜະລິດເອນໄຊໃນການຕໍ່ຕ້ານສານພິດ ນອກນີ້ຍັງສາມາດຊ່ວຍກະຕຸ້ນຂະບວນການຍ່ອຍອາຫານສົ່ງຜົນໃຫ້ລະບົບຕ່າງໆໃນຮ່າງກາຍສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ.

https://www.paolohospital.com/th-TH/phahol/Article/Details/Food-exercise/-%E0%B8%A1%E0%B8%B1%E0%B8%99%E0%B9%80%E0%B8%97%E0%B8%A8--%E0%B8%8A%E0%B9%88%E0%B8%A7%E0%B8%A2%E0%B8%A5%E0%B8%94%E0%B8%AD%E0%B8%B1%E0%B8%95%E0%B8%A3%E0%B8%B2%E0%B9%80%E0%B8%AA%E0%B8%B5%E0%B9%88%E0%B8%A2%E0%B8%87%E0%B8%82%E0%B8%AD%E0%B8%87--%E0%B9%82%E0%B8%A3%E0%B8%84%E0%B8%A1%E0%B8%B0%E0%B9%80%E0%B8%A3%E0%B9%87%E0%B8%87%E0%B8%A5%E0%B8%B3%E0%B9%84%E0%B8%AA%E0%B9%89%E0%B9%83%E0%B8%AB%E0%B8%8D%E0%B9%88--%E0%B9%84%E0%B8%94%E0%B9%89%E0%B8%99%E0%B8%B0-%E0%B8%A3%E0%B8%B9%E0%B9%89%E0%B8%A2%E0%B8%B1%E0%B8%87-

 

ກະລ່ຳປີ

ເປັນອີກໜຶ່ງອາຫານທີ່ຊ່ວຍບຳລຸງຕັບໄດ້ເປັນຢ່າງດີ ເພາະໃນກະລ່ຳປີມີສານທີ່ຊ່ວຍລ້າງສານພິດ ຫຼັງຈາກທີ່ເຮົາດື່ມເຄື່ອງເຄື່ອງມືນເມົາ ຫຼື ແອລກໍຮໍ ເຂົ້າໄປໃນຮ່າງກາຍ.

https://www.sanook.com/health/6421/

 

ຫົວກາຣົດ

ກາຣົດເປັນພືດທີ່ອຸດົມໄປດ້ວຍວິຕາມິນຊະນິດຕ່າງໆເຊັ່ນ: ວິຕາມິນ A, B1, B2, C, D ແລະ K ນອກຈາກນີ້ຍັງມີໂຊດຽມ, ໂພສແທກຊຽມ, ທາດເຫຼັກ, ສັງກະສີ ແລະ ທອງແດງ ເຊິ່ງທັງໝົດນີ້ແມ່ນຄຸນສົມບັດຊ່ວຍບຳລຸງຕັບ.

https://www.cooking.in.th/carrot122021/

 

ຜັກສີຂຽວ

ຜັກສີຂຽວທີ່ຊ່ວຍບຳລຸງຕັບມີຫຼາຍຊະນິດບໍ່ວ່າຈະເປັນ ຜັກບົ້ງ, ຜັກຫົມ, ຜັກກາດ ແລະ ຜັກອື່ນໆ ທີ່ມີຄຸນສົມບັດໃນການປ້ອງກັນການເກີດໂລຫະໜັກໃນຕັບໄດ້ ໂດຍສະເພາະແມ່ນສານພິດຕ່າງໆຈາກຢາຂ້າແມງໄມ້.

https://www.cigna.co.th/health-wellness/tip/detox-recovery

 

ຊາຂຽວ

ຊາຂຽວມີສານຕ້ານອານຸມູນອິດສະຫຼະ ຈຶ່ງສາມາດຊ່ວຍບຳລຸງຕັບໄດ້ດີ ແລະ ປ້ອງກັນການເກີດມະເຮັງໃນຕັບອີກດ້ວຍ.

 http://www.foodforfuture2016.com/healthy/amp/not-into-athleisure-lesets-ultra-soft-matching-sets-are-the-elegant-2-4-2-3/

ທີ່ມາ: https://mlm.mju.ac.th/Name_

ການປະກອບສ່ວນ