ເລືອກກິນຜັກຕາມລະດູ ມິຂໍ້ດີຫຼາກຫຼາຍ

Sakhone INTHAVONG
ການກິນພືດຜັກຕາມລະດູການຊ່ວຍຫຼຸດຜ່ອນຄວາມສ່ຽງຈາກສານເຄມີ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ພືດຜັກແຕ່ລະຊະນິດຈະມີຊ່ວງເວລາການຈະເລີນເຕີບໂຕທີ່ແຕກຕ່າງກັນ ບາງຊະນິດສາມາດປູກໄດ້ຕະຫຼອດປີ ແລະ ມີຜັກຫຼາຍຊະນິດທີ່ເຕີບໂຕໃນບາງສະພາບອາກາດເທົ່ານັ້ນ. ຫາກຊາວກະສິກອນປູກຜັກທີ່ຕາມລະດູການທີ່ເໝາະສົມພືດຜັກຊະນິດນັ້ນໆ ການຕະເລີນເຕີບໂຕຂອງຜັກກໍຈະສວຍງາມ ສະນັ້ນກໍບໍ່ຈຳເປັນຕ້ອງນຳໃຊ້ປຸ໋ຍ, ຢາຂ້າແມງໄມ້ທີ່ມີສານເຄທີຕ່າງໆ. ສະນັ້ນການເລືອກກິນຜັກ ແລະ ໝາກໄມ້ຕາມລະດູການ ເປັນອີກໜຶ່ງທາງທີ່ຈະຊ່ວຍຫຼຸດຜ່ອນການໄດ້ຮັບສານເຄມີ ຈາກປຸ໋ຍ, ຢາຂ້າແມງໄມ້ ແລະ ອື່ນໆ ສະນັ້ນພວກເຮົາຈຶ່ງນຳເອົາຜັກ ແລະ ໝາກໄມ້ແຕ່ລະຊະນິດທີ່ຄວນກິນໃນແຕ່ລະໄລຍະຮອບວຍນຂອງປີມາຝາກກັນ.

 

ເດືອນມີນາ - ພຶດສະພາ 

ໝາກອຶ, ໝາກເຂືອ, ເຫັດເຟືອງ, ໝາກແຕງກວາ, ຜັກອີ່ຕູ່, ຫອມບົ່ວຫົວໃຫຍ່, ໝາກຜັກໃສ, ແຕງໂມອ່ອນ, ກະຈຽບຂຽວ, ຜັກຫວານປ່າ ຜັກກາດນາ, ຜັກກະເພົາ, ໝາກຖົ່ວພູ, ໝາກເລັ່ນ, ໝາກນາວ, ໝາກເຂືອ, ຖົ່ວຝັກຍາວ, ໝາກແຄ້ງ...

 

ເດືອນມິຖຸນາ - ຕຸລາ

 

ໝາກແຄ້ງ, ກະຈຽບຂຽວ, ຜັກບົ້ງ, ຜັກຜົມ, ດອກປໍເທືອງ, ໝາກນ້ຳ, ຜັກຫວານບ້ານ, ຜັກຕຳນິງ, ຜັກໜອກ, ຜັກເນົ່າ, ໝາກໂຕ່ນ, ຜັກກະເພົາ, ຜັກກູດ, ຫົວປີ, ຫອມລາບ, ຖົ່ວຝັກຍາວ, ໜໍ່ໄມ້, ໝາກເລັ່ນນ້ອຍ,ຜັກບົ້ງນາ, ໝາກນາວ, ສາຍບົວ, ກຸ່ຍຊ່າຍດອກ ແລະ ໃບ, ຜັກປັງ...

ເດືອນ ພະຈິກ - ກຸມພາ

ສະລິປິງ, ຜັກສະຫຼັດ, ຜັກກາດ, ດອກແຄ, ຜັກກວາງຕຸ້ງ, ຜັກອີ່ຮຸມ, ຜັກປັງ, ຜັກຊີ, ຜັກກາດນາ, ຜັກກະເພົາ, ຜັກກະຫຼ່ຳດອກ, ກະຫຼ່ຳປີ, ຖົ່ວລັນເຕົາ, ແຄລັອດ, ຜັກກາດຂາວ...

ຂໍ້ດີຂອງການກິນພືດຜັກຕາມລະດູການມີຫຍັງແດ່?

  1. ປະຢັດຄ່າໃຊ້ຈ່າຍ ເນື່ອງຈາກຜັກຕາມລະດູການຈະມີປະລິມານຫຼາຍ ແລະ ຄຸນະພາບທີ່ດີກວ່າ ເຮົາຈຶ່ງສາມາດຊື້ຜັກໃນລາຄາຖືກກວ່າ ທີ່ສຳຄັນກໍຫາຊື້ໄດ້ງ່າຍ.
  2. ປອດໄພຕໍ່ສຸຂະພາບ ເພາະຜັກຕາມລະດູການແມ່ນຈະເລີນເຕີບໂຕ ແລະ ເກັບກ່ຽວຕາມທຳມະຊາດ ບໍ່ມີການໃຊ້ສານເຄມີໃນປະລິມານທີ່ຫຼາຍເກີນໄປ ຫຼື ອາດຈະບໍ່ໃຊ້ ເພາະປັດໃຈມີຄວາມເໝາະສົມແກ່ການຈະເລີນເຕີບໂຕ ຕ່າງຈາກຜັກທີ່ປູກນອກລະດູການທີ່ມີໂອກາດການນຳໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງໄມ້ຫຼາຍກວ່າ.
  3. ບໍ່ຝືນທຳມະຊາດ ແລະ ລະບົບນິເວດ ເຊັ່ນໃນລະດູໜາວຜັກໃບຕ່າງໆຈະເຕີບໂຕໄດ້ດີເພາະມີແມງໄມ້ລົບກວນນ້ອຍ ຫາກນຳມາປູກລະດູຮ້ອນຜັກຈະບໍ່ທົນທານຕໍ່ໂລກລະບາດໄດ້ດີ.
  4. ເປັນການສົ່ງເສີມຊາວກະສິກອນໃຫ້ມີທາງເລືອກໃນການປູກຜັກຫຼາຍຂຶ້ນ ເພື່ອເປັນການສົ່ງເສີມອາຊີບທີ່ໝັ້ນຄົງ.

ທີ່ມາ:https://palungjit.org/threads/กินผักตามฤดู-12-เดือน.327149/

ການປະກອບສ່ວນ