ເລືອກກິນຜັກຕາມລະດູ ມິຂໍ້ດີຫຼາກຫຼາຍ
ພືດຜັກແຕ່ລະຊະນິດຈະມີຊ່ວງເວລາການຈະເລີນເຕີບໂຕທີ່ແຕກຕ່າງກັນ ບາງຊະນິດສາມາດປູກໄດ້ຕະຫຼອດປີ ແລະ ມີຜັກຫຼາຍຊະນິດທີ່ເຕີບໂຕໃນບາງສະພາບອາກາດເທົ່ານັ້ນ. ຫາກຊາວກະສິກອນປູກຜັກທີ່ຕາມລະດູການທີ່ເໝາະສົມພືດຜັກຊະນິດນັ້ນໆ ການຕະເລີນເຕີບໂຕຂອງຜັກກໍຈະສວຍງາມ ສະນັ້ນກໍບໍ່ຈຳເປັນຕ້ອງນຳໃຊ້ປຸ໋ຍ, ຢາຂ້າແມງໄມ້ທີ່ມີສານເຄທີຕ່າງໆ. ສະນັ້ນການເລືອກກິນຜັກ ແລະ ໝາກໄມ້ຕາມລະດູການ ເປັນອີກໜຶ່ງທາງທີ່ຈະຊ່ວຍຫຼຸດຜ່ອນການໄດ້ຮັບສານເຄມີ ຈາກປຸ໋ຍ, ຢາຂ້າແມງໄມ້ ແລະ ອື່ນໆ ສະນັ້ນພວກເຮົາຈຶ່ງນຳເອົາຜັກ ແລະ ໝາກໄມ້ແຕ່ລະຊະນິດທີ່ຄວນກິນໃນແຕ່ລະໄລຍະຮອບວຍນຂອງປີມາຝາກກັນ.
ເດືອນມີນາ - ພຶດສະພາ
ໝາກອຶ, ໝາກເຂືອ, ເຫັດເຟືອງ, ໝາກແຕງກວາ, ຜັກອີ່ຕູ່, ຫອມບົ່ວຫົວໃຫຍ່, ໝາກຜັກໃສ, ແຕງໂມອ່ອນ, ກະຈຽບຂຽວ, ຜັກຫວານປ່າ ຜັກກາດນາ, ຜັກກະເພົາ, ໝາກຖົ່ວພູ, ໝາກເລັ່ນ, ໝາກນາວ, ໝາກເຂືອ, ຖົ່ວຝັກຍາວ, ໝາກແຄ້ງ...
ເດືອນມິຖຸນາ - ຕຸລາ
ໝາກແຄ້ງ, ກະຈຽບຂຽວ, ຜັກບົ້ງ, ຜັກຜົມ, ດອກປໍເທືອງ, ໝາກນ້ຳ, ຜັກຫວານບ້ານ, ຜັກຕຳນິງ, ຜັກໜອກ, ຜັກເນົ່າ, ໝາກໂຕ່ນ, ຜັກກະເພົາ, ຜັກກູດ, ຫົວປີ, ຫອມລາບ, ຖົ່ວຝັກຍາວ, ໜໍ່ໄມ້, ໝາກເລັ່ນນ້ອຍ,ຜັກບົ້ງນາ, ໝາກນາວ, ສາຍບົວ, ກຸ່ຍຊ່າຍດອກ ແລະ ໃບ, ຜັກປັງ...
ເດືອນ ພະຈິກ - ກຸມພາ
ສະລິປິງ, ຜັກສະຫຼັດ, ຜັກກາດ, ດອກແຄ, ຜັກກວາງຕຸ້ງ, ຜັກອີ່ຮຸມ, ຜັກປັງ, ຜັກຊີ, ຜັກກາດນາ, ຜັກກະເພົາ, ຜັກກະຫຼ່ຳດອກ, ກະຫຼ່ຳປີ, ຖົ່ວລັນເຕົາ, ແຄລັອດ, ຜັກກາດຂາວ...
ຂໍ້ດີຂອງການກິນພືດຜັກຕາມລະດູການມີຫຍັງແດ່?
- ປະຢັດຄ່າໃຊ້ຈ່າຍ ເນື່ອງຈາກຜັກຕາມລະດູການຈະມີປະລິມານຫຼາຍ ແລະ ຄຸນະພາບທີ່ດີກວ່າ ເຮົາຈຶ່ງສາມາດຊື້ຜັກໃນລາຄາຖືກກວ່າ ທີ່ສຳຄັນກໍຫາຊື້ໄດ້ງ່າຍ.
- ປອດໄພຕໍ່ສຸຂະພາບ ເພາະຜັກຕາມລະດູການແມ່ນຈະເລີນເຕີບໂຕ ແລະ ເກັບກ່ຽວຕາມທຳມະຊາດ ບໍ່ມີການໃຊ້ສານເຄມີໃນປະລິມານທີ່ຫຼາຍເກີນໄປ ຫຼື ອາດຈະບໍ່ໃຊ້ ເພາະປັດໃຈມີຄວາມເໝາະສົມແກ່ການຈະເລີນເຕີບໂຕ ຕ່າງຈາກຜັກທີ່ປູກນອກລະດູການທີ່ມີໂອກາດການນຳໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງໄມ້ຫຼາຍກວ່າ.
- ບໍ່ຝືນທຳມະຊາດ ແລະ ລະບົບນິເວດ ເຊັ່ນໃນລະດູໜາວຜັກໃບຕ່າງໆຈະເຕີບໂຕໄດ້ດີເພາະມີແມງໄມ້ລົບກວນນ້ອຍ ຫາກນຳມາປູກລະດູຮ້ອນຜັກຈະບໍ່ທົນທານຕໍ່ໂລກລະບາດໄດ້ດີ.
- ເປັນການສົ່ງເສີມຊາວກະສິກອນໃຫ້ມີທາງເລືອກໃນການປູກຜັກຫຼາຍຂຶ້ນ ເພື່ອເປັນການສົ່ງເສີມອາຊີບທີ່ໝັ້ນຄົງ.
ທີ່ມາ:https://palungjit.org/threads/กินผักตามฤดู-12-เดือน.327149/