ເດືອນສາມ-ບຸນເຂົ້າຈີ່

Andy Souvanhphukdee
ເຂົ້າຈີ່ນອກຈາກຈະໃຊ້ເພື່ອຖວາຍທານ ໃນບຸນເຂົ້າຈີ່ເດືອນສາມເຊິ່ງເປັນໜຶ່ງໃນຮີດ 12 ຂອງປະເພນີວັດທະນະທຳລາວແລ້ວ ຍັງເປັນເມນູທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ
ພູມປັນຍາທ້ອງຖິ່ນ
http://bounthavee-pdd.blogspot.com/2018/02/blog-post_22.html
bounthavee-pdd.blogspot

ບຸນເຂົ້າຈີ່ ແມ່ນບຸນປະເພນີດັ້ງເດີມ ສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາແຖນ, ປັດຈຸບັນນີ້ ນິຍົມກັນເຮັດເຂົ້າຈີ່ໄປຖວາຍພະສົງ. ການເຮັດເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕ່ງໂຕຍ ສຸພາສິດວ່າ: ເດືອນສາມຄ້ອຍລົມວ້ອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່, ເຂົ້າຈີ່ບໍ່ໃສ່ນ້ຳຕານ ບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ.

ວິທີເຮັດບຸນເຂົ້າຈີ່

  1. ຕຽມຫາໄມ້ສຽບ ແລະ ຟືນໄວ້ ທີ່ບ້ານຂອງຕົນ ຫຼື ລວມໄວ້ທີ່ວັດ ຕື່ນເຊົ້າດັງໄຟກອງໃຫຍ່ຂຶ້ນ ປັ້ນເຂົ້າຫນຽວໂຮຍເກືອ ກະໃຫ້ຄົບຈຳນວນຂອງພະເນນໃນວັດ, ສຽບໄມ້ ປີ້ງໃສ່ໄຟຈົນກວ່າຈະສຸກ ທາໄຂ່ໃສ່ໃຫ້ທົ່ວແລ້ວປີ້ງຕໍ່ໄປຈົນໄຂ່ເຫຼືອງສຸກດີ
  2. ຈັດພາຊະນະຄາວຫວານ ແລະ ເຂົ້າຈີ່ລວມກັນທີ່ຫໍແຈກ, ນິມົນພະສົງສາມະເນນໃນວັດມາຮ່ວມກັນທົ່ວຫນ້າ ເພື່ອວ່າຄຳບູຊາດອກໄມ້ ໄຫວ້ພະລັດຕະນະໄຕ ອາລາດທະນາສິນພະສົງສູດຖະຫວາຍພອນ ພວກທາຍົກ ໄຂຝາບາດຍົກຂັນເຂົ້າຈີ່ໄປໃສ່ບາດ.

ເມື່ອພະສັນອາຫານຄາວສ່ຳເລັດແລ້ວ ຈີ່ງຍົກອາຫານຫວານໄປຖະຫວາຍ. ຫຼັງຈາກພະສັນສຳເລັດແລ້ວ ກໍສືບຕໍ່ອະນຸໂມທະນາຟັງເທດສະຫຼອງເຂົ້າຈີ່ ແລະ ເທດສະຫນາຫນັງສືທຳຕ່າງໆ ຈົນເຖີງເວລາຄໍ່າ.

(ສ່ວນປະສົມເຂົ້າຈີ່: ເຂົ້າໜຽວໜຶ້ງສຸກ, ອ້ອຍ, ໄຂ່, ເກືອ ເປັນຕົ້ນ)

ວິທີເຮັດເຂົ້າຈີ່: ເຂົ້າຈີ່ (ເຂົ້າປີ້ງ)         

phakhaolao.la

 

ບຸນເຂົ້າຈີ່ມີນິທານທາງສາສະໜາກ່າວໄວ້ດັ່ງນີ້:

          ປາງກ່ອນມີຍິງຄົນໜຶ່ງຊື່ ປຸນນະທາສີ ເປັນຄົນທຸກໄຮ້ເຂັນໃຈ ແລະ ເປັນຄົນຮັບໃຊ້ເສດຖີຄົນໜຶ່ງ ຢູ່ໃນເມືອງລາຊະຄື. ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄ່ຳ. ນາງມີຄວາມອິດເມື່ືອຍຫຼາຍ. ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກພ້າຂອງຕົນ ຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ.

           ເມື່ອໄປຕາມທາງ ນາງພົບພະພຸດທະເຈົ້າ ເລີຍເກີດຄວາມເຫຼື່ອມໃສຂຶ້ນທັນທີ ແລະ ຄິດວ່າ ຕົນເປັນຄົນທຸກໄຮ້ ໃນຊາດນີ້ກໍ່ເພາະ ບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນ ແລະ ຊາດນີ້ກໍ່ບໍ່ເຄີຍໄດ້ທຳບຸນເລີຍ. ຈາກນັ້ນນາງກໍ່ເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍແກ່ພະພຸດທະເຈົ້າ ເມື່ອພະອົງຊົງຮັບແລ້ວກຳນັ່ງສະເຫວີຍຕໍ່ໜ້ານາງ. ເມື່ອສະເຫວີຍແລ້ວກໍ່ໄດ້ຕັດອະນຸໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນ ໃນພະພຸດທະສາສະໜາເມື່ອນາງຕາຍໄປກໍ່ໄປເກີດໃນສະຫວັນ ສະເຫວີຍສົມບັດໃນວິມານຄຳ.

ຂໍ້ມູນຈາກ: ປຶ້ມວັດທະນະທຳລາວ

ການປະກອບສ່ວນ