ຫຍ້າລູ່ຊີ່ຍອດນິຍົມສຳລັບພືດອາຫານສັດ

Sakhone INTHAVONG
ປະໂຫຍດ ແລະ ວິທີປູກຫຍ້າລູ່ຊີ່
ຊີວະນາໆພັນກະສິກຳ
www.phakhaolao.la
https://puechkaset.com/หญ้ารูซี่/

ການປູກພືດສຳລັບການລ້ຽງງົວ ແລະ ຄວາຍ ແມ່ນມີຫຼາຍຊະນິດທີ່ແຕກຕ່າງກັນທີ່ໄດ້ຮັບຄວາມນິຍົມປູກໃນປັດຈຸບັນ, ມື້ນີ້ພວກເຮົາຈະແນະນຳໃຫ້ທ່ານຮູ້ຈັກພືດຊະນິດໜຶ່ງທີ່ຄວາມສຳຄັນເປັນອາຫານສັດລ້ຽງຂອງທ່ານ ພ້ອມກັບຄຸນປະໂຫຍດ ແລະ ວິທີການປູກມາຝາກກັນນັ້ນກໍຄື ຫຍ້າລູ່ຊີ່.

ເປັນຫຍັງ? ທ່ານຈຶ່ງຄວນປູກຫຍ້າລູ່ຊີ່ເພື່ອເປັນອາຫານແກ່ສັດລ້ຽງຂອງທ່ານ.

  1. ເປັນຫຍ້າທີ່ມີຄຸນຄ່າທາງໂພຊະນາການສູງ ຈຶ່ງເໝາະສຳລັບໃຊ້ເປັນອາຫານຂອງງົວ, ຄວາຍ, ແບ້...
  2. ລຳຕົ້ນ ແລະ ໃບມີລັກສະນະອ່ອນນຸ້ມ, ເນື້ອຂອງລຳຕົ້ນບໍ່ແຂງເກີນໄປຈຶ່ງກາຍເປັນສຸດຍອດອາຫານຂອງງົວ-ຄວາຍ.
  3. ລຳຕົ້ນມີເຫງົ້າສັ້ນຈຶ່ງສາມາດເກັບກ່ຽວໄດ້ໃນລະດັບຕ່ຳ.
  4. ທົນທານຕໍ່ການຢຽບ ແລະ ການເລັມຂອງສັດໄດ້ດີ.
  5. ລຳຕົ້ນສາມາດແຕກກໍ ແລະ ເຕີບໂຕໄດ້ດີຈຶ່ງສາມາດໃຫ້ຜົນຜະລິດທີ່ສູງ.
  6. ທົນທານຕໍ່ສະພາບແຫ້ງແລ້ງໄດ້ດີ ແຕ່ບໍ່ທົນທານຕໍ່ສະພາບນ້ຳຂັງໄດ້.
  7. ສາມາດເຕີບໂຕໄດ້ໃນທຸກສະພາບດິນ.
  8. ບໍ່ເກີດພະຍາດ ຫຼື ສັດຕູພືດທຳລາຍ.

ສຳລັບການປູກຫຍ້າລູ່ຊີ່ ມີດັ່ງນີ້:

  • ການກະກຽມດິນ: ຕ້ອງໄຖດິນເພື່ອຕາກແດດໄວ້ປະມານ 7-14 ມື້, ສຳລັບໄລຍະການໄຖແມ່ນຢູ່ໃນຊ່ວງເດືອນ ເມສາ ເພື່ອກຽມຫວ່ານໃນເດືອນ ພຶດສະພາ, ກ່ອນໄຖແມ່ນໃຫ້ຫວ່ານປຸ໋ຍຄອກໃນອັດຕາ 2-3 ໂຕນ/ໄລ່  ແລະ ປຸ໋ຍສູດ 15-15-15 ໃນປະລິມານ 20 ກິໂລ/ໄລ່.
  • ການປູກ: ຫຼັງຈາກກະກຽມດິນຮຽບຮ້ອຍແລ້ວແມ່ນນຳແກ່ນຫຍ້າຫວ່ານເລີຍ ໃນອັດຕາ 2 ກິໂລ/ໄລ່, ຈາກນັ້ນໃຫ້ໄຖພວນດິນອີກຄັ້ງເພື່ອປົກຄຸມແກ່ນ, ສຳລັບການປູກດ້ວຍໜໍ່ແມ່ນປູກໃນໄລຍະຫ່າງ 50x50 ຊັງຕີແມັດ.
  • ການໃຫ້ນ້ຳ: ໂດຍທົ່ວໄປແລ້ວການປູກຫຍ້າລູ່ຊີ່ແມ່ນຈະປູກໃນຊ່ວງຕົ້ນລະດູຝົນ, ຫຍ້າຈຶ່ງເຕີບໂຕໄດ້ໂດຍອາໄສນ້ຳຝົນຈາກທຳມະຊາດເປັນຫຼັກ ແຕ່ກໍລະນີທີ່ຝົນຂາດຊ່ວງດົນເກີນໄປ ຈຳເປັນຕ້ອງໃຫ້ນ້ຳເພື່ອປ້ອງກັນບໍ່ໃຫ້ເຫງົ້າຫຍ້າແຫ້ງຕາຍ.
  • ການໃສ່ປຸ໋ຍ: ສຳລັບການໃສ່ປຸ໋ຍແມ່ນເລີ່ມແຕ່ຂັ້ນຕອນການກະກຽມດິນ ຫຼັງຈາກທີ່ແກ່ນເລີ່ມງອກແລ້ວປະມານ 1 ເດືອນ ແມ່ນໃຫ້ຫວ່ານປຸ໋ຍຄອກ ແລະ ປຸ໋ຍເຄມີໃນອັດຕາ 30 ກິໂລ/ໄລ່.
  • ການເກັບກ່ຽວຫຍ້າ: ຫຼັງຈາກທີ່ແກ່ນຫຍ້າລູ່ຊີ່ເລີ່ມງອກຈົນອາຍຸປະມານ 35–45 ມື້ ກໍສາມາດຕັດເພື່ອໄປໃຫ້ສັດລ້ຽງໄດ້, ການຕັດແມ່ໃຫ້ເລືອກຕົ້ນປະມານ 10 ຊັງຕີແມັດ, ໃນນີ້ການຕັດຫຍ້າລູ່ຊີ່ຈະໃຫ້ຜົນຜະລິດສົດປະມານ 10–18 ໂຕນ/ໄລ່ ແລະ ຜົນຜະລິດແຫ້ງປະມານ 2-2,5 ໂຕນ/ໄລ່.

ທີ່ມາ:http://pvlo-knr.dld.go.th/webfile/information59/doc_infor59/doc_grass/doc_grass8.pdf

ການປະກອບສ່ວນ