ການເຮັດຫຍ້າໝັກ

Sakhone INTHAVONG
ຫຍ້າໝັກ ສະບຽງອາຫານທີ່ດີສຳລັບສັດລ້ຽງໃນລະດູແລ້ງ
ແນະນຳວິທີເຮັດ
ການເຮັດຫຍ້າໝັກ
phakhaolao.la

ຫຼັກການທົ່ວໄປ

ຫຍ້າຫມັກ (Silage) ໝາຍເຖິງການບົ່ມພືດອາຫານສັດຕ່າງໆດ້ວຍ ສາລີ, ເຂົ້າຝ້າງ, ພືດຫຍ້າ ແລະ ພືດຕະກຸນຖົ່ວ, ອາຫານສັດທີ່ເກັບກ່ຽວໃນໄລຍະທີ່ໃຫ້ຜົນຜະລິດ ແລະ ຄຸນຄ່າທາງອາຫານທີ່ເຫມາະສົມ ແລະ ນໍາມາໝັກໃນສະພາບທີ່ບໍ່ມີອາກາດ (ໜັກແລ້ວ ບໍ່ໃຫ້ອາກາດເຂົ້າ Anaerobic condition) ໂດຍການເກັບຮັກສາໄວ້ໃນສະພາບໝັກດອງ ເຊິ່ງເກີດຈາກການເຮັດວຽກຂອງຈຸລິນຊີທີ່ຕິດມາກັບໃບພືດເຮັດໃຫ້ຫຍ້າໝັກ ມີລັກສະນະຂ້ອນຂ້າງສົ້ມ ເມື່ອພືດອາຫານສັດໄດ້ກາຍເປັນຫຍ້າຫມັກຈະສາມາດເກັບຮັກສາໄວ້ໃຫ້ສັດກິນໃນລະດູທີ່ຂາດແຄນອາຫານໄດ້ ໂດຍທີ່ຄຸນຄ່າທາງອາຫານບໍ່ມີການປ່ຽນແປງ.

ເພື່ອເຮັດໃຫ້ຫຍ້າໝັກມີຄຸນນະພາບ ແລະ ໄດ້ຮັບຜົນໄວຂຶ້ນ ຈຶ່ງນິຍົມໃຊ້ສານເສີມໃນການເຮັດພືດຫມັກເຊັ່ນ: ກາກນໍ້າຕານ, ມັນບົດ ແລະ ແບກທີເຣຍ, ກົດແລກຕິກ ໂດຍຕື່ມໃສ່ໃນເວລາເຮັດຫຍ້າຫມັກ ຈະເຮັດໃຫ້ຂະບວນການໝັກເກີດຂຶ້ນໄວ ແລະ ມີຄຸນນະພາບດີ.

ວິທີເຮັດສານເສີມນ້ຳຫຍ້າໝັກ

ກ່ອນທີ່ຈະເຮັດຫຍ້າໝັກ 2 ມື້ ໃຫ້ນຳຫຍ້າທີ່ຕ້ອງການຫມັກມາຕັດໃຫ້ໄດ້ຄວາມຍາວ 1-2 ຊັງຕີແມັດ, ນ້ຳປະມານ 200 ກຣາມ. ນໍາຫຍ້າໄປປັ່ນໃນເຄື່ອງບົດໝາກໄມ້ ໂດຍເຕີມນໍ້າສະອາດໃສ່ 1 ລິດ ແລ້ວປັ່ນໃຫ້ລະອຽດ, ຫຼັງຈາກນັ້ນນຳມາຕອງເອົານໍ້າແລ້ວນໍາມາໃສ່ກະຕຸກຂະຫນາດ 1 ລິດ ພ້ອມຕື່ມນໍ້າຕານ 20 ກຣາມ ຫຼື ກາກນ້ຳຕານ 50 ກຣາມ ປິດຝາໃຫ້ແໜ້ນດີ ແລ້ວນໍາໄປເກັບໄວ້ໃນອຸນຫະພູມຫ້ອງ (25 - 32 ອົງສາ) ເປັນເວລາ 2 ມື້ ເພື່ອນຳໄປໃສ່ເວລາເຮັດຫຍ້າຫມັກໃນອັດຕາສ່ວນ 1 ລິດ ຕໍ່ຫຍ້າ 100 ກິໂລກຣາມ.

ວິທີເຮັດຫຍ້າຫມັກ

  1.  ເລືອກພືດອາຫານສັດທີ່ເຫມາະສົມໂດຍນຳຫຍ້າທີ່ມີອາຍຸປະມານ 45 - 50 ມື້ ຫຼັງການຕັດຄັ້ງທຳອິດ, ສ່ວນຖົ່ວອາຫານສັດເມື່ອມີອາຍຸໄດ້ປະມານ 60 ມື້ ຫຼັງການຕັດຄັ້ງທຳອິດ
  2. ຫຍ້າສົດທີ່ນໍາມາເຮັດຫຍ້າຫມັກ ຄວນຕັດໃຫ້ມີຄວາມຍາວປະມານ 10 - 20 ຊັງຕີແມັດ.
  3. ຖ້າຫຍ້າມີຄວາມຊຸ່ມສູງແລ້ວໃຫ້ນຳມາຕາກປະໄວ້ປະມານ 1-2 ຊົ່ວໂມງ ເພື່ອໃຫ້ຄວາມຊຸ່ມຫຼຸດລົງ.
  4. ນຳຫຍ້າມາອັດໃສ່ຖັງໃຫ້ແໜ້ນ ແລະ ໃຊ້ນ້ຳຫມັກທີ່ກຽມໄວ້, ຫຼັງຈາກປິດຝາຖັງໃຫ້ແໜ້ນດີເພື່ອບໍ່ໃຫ້ອາກາດເຂົ້າໄປໄດ້.
  5. ຫຼັງຈາກນັ້ນເກັບຖັງຫຍ້າໝັກໄວ້ບອ່ນຮົ່ມປະມານ 21 ມື້ ຈຶ່ງສາມາດນໍາໄປໃຫ້ສັດກິນໄດ້ ຫຼື ສາມາດເກັບໄວ້ໄດ້ເປັນເວລາຫຼາຍເດືອນ.
  6. ກໍລະນີຫາກບໍ່ມີຖັງສາມາດນໍາໃຊ້ຖົງຢາງດຳໃຫຍ່ແທນ.

ຫຍ້າໝັກທີ່ມີຄຸນະພາບດີຄວນມີລັກສະນະດັ່ງລຸ່ມນີ້:

  1. ຄວາມເປັນກົດດ່າງ (pH) ຄວນຢູ່ລະຫວ່າງ 3,5 – 4,2.
  2. ມີກົດແລກຕິກສູງ.
  3. ມີສີເຫຼືອງອົມຂຽວ.
  4. ຫຍ້າໝັກຕ້ອງບໍ່ມີເຊື້ອຣາ ຫຼື ສ່ວນທີ່ບູດເນົ່າ.
  5. ຫຍ້າໝັກຈະບໍ່ຈັບກັນເປັນກ້ອນ, ສ່ວນໃບ ແລະ ລຳຕົ້ນຍັງຢູ່ສະພາບເດີມ.
  6. ໃຫ້ສັດກິນບໍ່ເກີນ 50 ເປີເຊັນ ຂອງປະລິມານທີ່ສັດກິນທັງໝົດ.

ຂໍ້ມູນຈາກ: ສູນຄວບຄຸມມາດຕະຖານການລ້ຽງສັດ ແລະ ການປະມົງ

ການປະກອບສ່ວນ