ວິທີເຮັດນໍ້າອ້ອຍກ້ອນ (ນໍ້າຕານກ້ອນ)

Andy Souvanphakdy
ນໍ້າຕານກ້ອນ ຂອງຕ້ອນຂອງຝາກ, ເອກະລັກຈາກສະຫວັນນະເຂດ ພາກໃຕ້ຂອງລາວ
ເຮືອນຄົວລາວ
phakhaolao.la
phakhaolao.la

ນໍ້າຕານກ້ອນ ຫຼື ນໍ້ອ້ອຍກ້ອນ ຂອງຕ້ອນຂອງຝາກຈາກສະຫວັນນະເຂດທາງພາກໃຕ້ຂອງລາວ ລົດຊາດຫອມຫວານຊື່ນໃຈ 

 

ສ່ວນປະກອບ

  • ອ້ອຍ ສົດໃໝ່ ເພື່ອທີ່ລົດຊາດຈະຫອມຫວານ

ວິທີປຸງແຕ່ງ

  1. ນໍາລຳອ້ອຍທີ່ສົດໃໝ່ມາລ້າງໃຫ້ສະອາດ
  2. ນຳມາອິ້ວເພື່ອເອົາທີ່ຈະກັ່ນເອົານໍ້າອ້ອຍ, ຫຼັງຈາກນັ້ນກໍຕອງເອົາແຕ່ນໍ້າອ້ອຍ
  3. ນຳມາຄ້ຽວ ຫຼື ຕົ້ມ ໃຊ້ເວລາປະມານ 2 ຊົ່ວໂມງ ຫຼື ຈົນກວ່ານໍ້າອ້ອຍຈະໜຽວຄຸ້ນ
  4. ຫຼັງຈາກນັ້ນກໍເທໃສ່ແມ່ພິມຕາມແຕ່ລະຮູບຊົງທີ່ເຮົາຕ້ອງການໄດ້ເລີຍ ແລະ ປະໄວ້ໃຫ້ເຢັນ
  5. ລໍຖ້າຈົນນໍ້າອ້ອຍແຂງໂຕ ແລ້ວກໍສາມາດເກັບໃສ່ກ່ອງ ຮັບປະທານ ຫຼື ຈະໄວ້ເປັນຂອງຕ້ອນຂອງຝາກກໍໄດ້

 

ແນະນຳ

  • ກ່ອນເທນໍ້າອ້ອຍໃສ່ແມ່ພິມ ສາມາດປຸງແຕ່ງເພີ່ມດ້ວຍການໃສ່ໝາກງາ ຫຼື ໝາກພ້າວອ່ອນກໍໄດ້
  • ນໍ້າອ້ອຍກ້ອນສາມາດນໍຳມາປຸງແຕ່ງເປັນເຂົ້າໜົມຫວານຫຼາຍຢ່າງເຊັ່ນ: ເຂົ້າໂຂບ, ເຂົ້າໜົມອຸ້ມລຸ້ມ ຫຼື ຈະປຸງແຕ່ງໃຊ້ແທນນໍ້າຕານກໍແຊບເຊັ່ນດຽວກັນ
ການປະກອບສ່ວນ