ວັກຊີນປ້ອງກັນອະຫິວາສັດປີກ ( Fowl Cholera Vaccine )

Sakhone INTHAVONG
ການນຳໃຊ້ວັກຊีນປ້ອງກັນອະຫິວາສັດປີກ
ຊີວະນາໆພັນກະສິກຳ
ວັກຊີນປ້ອງກັນອະຫິວາສັດປີກ ( Fowl Cholera Vaccine )
phakhaolao.la

ພະຍາດອະຫິວາສັດປີກແມ່ນພະຍາດທີ່ຮ້າຍແຮງທີ່ເກີດຂຶ້ນກັບຈຳພວກສັດປີກ ທີ່ເຮັດໃຫ້ສັດຕາຍຢ່າງກະທັນຫັນໂດຍບໍ່ປາກົດອາການຂອງພະຍາດແຕ່ຢ່າງໃດ ເຊິ່ງສະພາບສັດຕອນທີ່ຕາຍແລ້ວຈະມີໜ້າສີດຳຊ້ຳ.

ເມື່ອມີພະຍາດອະຫິວາສັດປີກເກີດຂຶ້ນຈະມີທັງໄກ່, ເປັດ, ໄກ່ງວງ ແລະ ຫ່ານຕາຍພ້ອມໆກັນ ເຊິ່ງເປີເຊັນການຕາຍຢູ່ທີ່ 30–50 ເປີເຊັນ. ສຳລັບວັກຊີນໃນການປ້ອງກັນແມ່ນ FOWL CHOLERA VACCINE.

ວິທີໃຊ້:

ໃຊ້ປ້ອງກັນພະຍາດອະຫິວາໃຫ້ແກ່ສັດປີກທົ່ວໄປ ສຳລັບການໃຊ້ແມ່ນໃຫ້ສັ່ນຈົນກ່ວາຈະລະລາຍກ່ອນ ໂດຍສັດປີກອາຍຸ 6 ເດືອນຂຶ້ນໄປ ຫຼັງຈາກສັກແລ້ວສັດຈະມີອາການໃຄ່ເລັກນ້ອຍຕາມບໍລິເວນບ່ອນສັກພາຍໃນໄລຍະ 2-3 ວັນ.

ສ່ວນປະກອບ:

ຢາປ້ອງກັນພະຍາດຊະນິດນີ້ປຸງແຕ່ງມາຈາກເຊື້ອແບິກທິເີຣຍສາຍພັນ Pasteurlla multocida Avian ທີ່ປູກຜ່ານພູມປູກນ້ຳຊີ້ນ ແລະ ຂ້າເຊື້ອດ້ວຍຟອກໂມນ ເປັນວັກຊີນຕາຍ ມີເຊື້ອຊະນິດປະສົມອາລຸຍມິນຽມໂປຕາສຊ້ຽມຊັນເຟດ (Aluminium Potassium sulfate) ເປັນສານເສີມພະລັງ.

ຂະໜາດສັກ:

ແມ່ນໂຕລະ 1 ມລ ໂດຍສັກເຂົ້າຜິວໜັງ.

ໄລຍະພູມຄຸ້ມກັນ:

ສັດຈະມີພູມຄຸ້ມກັນຫຼັງຈາກສັກວັກຊີນໄດ້ສອງອາທິດ ແລະ ຈະຄຸ້ມກັນໄດ້ 3 ເດືອນ .

ການເກັບຮັກສາ :

ຄວນເກັບໄວ້ໃນອຸນຫະພູມ 4 ອົງສາ

ໃນໄລຍະ 1 ປີ  ສຳລັບເວລາທີ່ຂົນຍ້າຍວັກຊີນບໍ່ຄວນໃຫ້ຖືກແສງແດດ ແລະ ອຸນຫະພູມອົບເອົ້າເກີນໄປ.

ການບັນຈຸ:

ແກ້ວໜຶ່ງບັນຈຸໄດ້ 50 ມລ/50 ເຂັມ.

ນອກຈາກການປ້ອງກັນດ້ວຍການສັກວັກຊີນແລ້ວ ຜູ້ລ້ຽງຄວນເອົາໃຈໃສ່ດັ່ງນີ້:

  1. ທຳຄວາມສະອາດສະຖານທີ່ລ້ຽງເປັນປະຈຳ.
  2. ເລົ້າລ້ຽງຕ້ອງມີອາກາດປອດໂປ່ງ, ຖ່າຍເທດີ ແລະ ບໍ່ອົບເອົ້າຈົນເກີນໄປ.
  3. ບໍ່ຄວນລ້ຽງໃນສະຖານທີ່ດຽວກັນຈົນໜາແໜ້ນເກີນໄປ.
  4. ເອົາຕາໜ່າ ຫຼື ວັດສະດຸຕ່າງໆມາປ້ອງກັນເພື່ອບໍ່ໃຫ້ມີຕົວນຳເຊື້ອພະຍາດເຊັ່ນ: ນົກກະຈອກ, ໜູ, ໝາ, ແມວ ແລະ ອື່ນໆ.
  5. ຄວນກຳຈັດຈຳພວກແມງວັນ, ແມງສາບ, ແມງມີ່ ເພາະມັນຈະເປັນຕົວນຳເຊື້ອພະຍາດ.
  6. ກໍລະນີລ້ຽງຢູ່ໃກ້ແຫຼ່ງນ້ຳ ຕ້ອງລະວັງຊາກສັດລ້ຽງທີ່ຕາຍບໍ່ໃຫ້ລອຍຕາມນ້ຳ ແລະ ບໍ່ໃຫ້ນຳໃຊ້ແຫ່ງນ້ຳດັງກ່າວ.

ຂໍ້ມູນຈາກ: ກະຊວງກະສິກຳ ແລະ ປ່າໄມ້ ( ກົມລ້ຽງສັດ ແລະ ການປະມົງ )

ການປະກອບສ່ວນ