ວິທີລ້ຽງແບ້

Soulivanh BOUNTHAMMY
ຄົນມັກລ້ຽງແບ້ຫ້າມພາດ ເຕັກນິກການລ້ຽງເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວ
ແນະນຳວິທີເຮັດ
https://www.google.com/search?q=%E0%BA%81%E0%BA%B2%E0%BA%99%E0%BA%A5%E0%BB%89%E0%BA%BD%E0%BA%87%E0%BB%81%E0%BA%9A%E0%BB%89&source=lnms&tbm=isch&sa=X&ved=0ahUKEwjf9d-lhKLkAhVKZt4KHdDYBzsQ_AUIESgB&biw=1280&bih=610#imgrc=K3pxnylub9odUM:
raosukunfung.com

ຄວາມສໍາຄັນຂອງການລ້ຽງແບ້ 
  -  ແບ້ເປັນສັດທີ່ລ້ຽງງ່າຍຕ້ອງການການເອົາໃຈໃສ່ເບິ່ງແຍງໜ້ອຍ ແລະ ສາມາດກິນໃບໄມ້ຕ່າງໆເປັນອາຫານໄດ້.
  -  ການລົງທຶນໃສ່ການລ້ຽງໜ້ອຍແຕ່ຄວາມຕ້ອງການຂອງຕະຫຼາດມີສູງ ແລະ ຂາຍໄດ້ລາຄາດີ.
  -  ດັ່ງນັ້ນ, ຖ້າມີການເອົາໃຈໃສ່ລ້ຽງໃຫ້ດີຈະສາມາດສ້າງລາຍຮັບໃຫ້ແກ່ຜູ້ລ້ຽງເປັນຢ່າງດີ.
  -  ແຕ່ຢ່າງໃດກໍຕາມການລ້ຽງແບ້ສ່ວນຫຼາຍຍັງເປັນການລ້ຽງແບບປ່ອຍ, ໃຫ້ຫາກິນເອງຕາມທໍາມະຊາດເຊິ່ງແມ້ອາດກິນອາຫານໄດ້ຫຼາຍຊະນິດ.
  -  ເປັນຊີ້ນສະໜອງໃຫ້ແກ່ສັງຄົມ.
  -  ແບ້ຍັງສາມາດໃຫ້ລູກ 2-3 ໂຕຕໍ່ຄັ້ງ. 
ຂໍ້ດີຂອງການລ້ຽງແບ້
  -  ແບ້ສາມາດຜະລິດເປັນຊີ້ນ ແລະ ນົມ, ມີຂະໜາດໂຕນ້ອຍ, ຜູ້ຍິງ ຫຼື ເດັກນ້ອຍກໍ່ສາມາດລ້ຽງໄດ້.
  -  ແບ້ເປັນສັດທີ່ຫາອາຫານກິນເອງໄດ້ເກັ່ງ, ກິນອາຫານໄດ້ຫຼາຍຊະນິດໃນລະດູແລ້ງ ແລະ ແບ້ຍັງສາມາດຫາກິນໃບໄມ້ ຫຼື ພືດອາຫານສັດຊະນິດອື່ນທີງົວ ແລະ ຄວາຍບໍ່ສາມາດກິນເປັນອາຫານໄດ້. 
  -  ແບ້ມີຄວາມສົມບູນທາງເພດສູງ, ແບ້ແມ່ມັກຈະເກີດລູກແຝດ ແລະ ໃຊ້ເວລາໃນການລ້ຽງສັ້ນ, ຖືພາໄດ້ໄວ. 
  -  ແບ້ສາມາດໃຊ້ພື້ນທີ່ໃນການລ້ຽງໜ້ອຍ ໂຮງເຮືອນກໍ່ໃຊ້ພື້ນທີ່ໜ້ອຍ, ແຄບກໍ່ໄດ້.
  -  ແບ້ເປັນສັດສໍາລັບບໍລິໂພກໃຫ້ແກ່ປະຊາຊົນຂອງທຸກສາສະໜາເພາະບໍ່ມີສາສະໜາໃດຫ້າມບໍລິໂພກຊີ້ນແບ້.
  -  ເປັນສັດທີ່ປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ.
  -  ແບ້ຍັງສາມາດລ້ຽງຂາຍເປັນສິນຄ້າເພື່ອສ້າງລາຍໄດ້ເສີມແກ່ຄອບຄົວ ແລະ ຍັງເປັນສັດທີ່ຕະຫຼາດພາຍໃນ ແລະ ຕ່າງປະເທດຕ້ອງການນັບມື້ນັບສູງຂຶ້ນເລື້ອຍໆ. 
ຂໍ້ເສຍ: ຖ້າລ້ຽງປ່ອຍຕາມທໍາມະຊາດແບ້ມັກລົບກວນຜົນລະປູກ.
ການຄັດເລືອກແນວພັນ
     ສໍາຫຼັບການລ້ຽງແບ້ຂອງຊາວບ້ານທົ່ວໄປເປັນແບ້ພັນພື້ນເມືອງທີ່ປະຊາຊົນລາວມີຄວາມນິຍົມລ້ຽງມາແຕ່ດົນນານ, ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ, ຫາກິນເກັ່ງ, ແນວພັນບໍ່ນ້ອຍປານໃດ, ລ້ຽງໃຫຍ່ໄວ້. 
ວິທີການລ້ຽງແບ້
ໂດຍທົ່ວໄປສາມາດຈັດແບ່ງອອກເປັນ 2 ແບບດ້ວຍກັນຄື:
ການລ້ຽງແບບຜູກລ່າມ:
     ການລ້ຽງແບບນີ້ແມ່ນການໃຊ້ເຊືອກຜູກຄໍແບ້ ແລ້ວນໍາໄປຜູກລ່າມປະໃຫ້ແບ້ຫາກິນເອງຕາມຮອບບໍລິເວນໂດຍທົ່ວໄປແລ້ວ ສາຍເຊືອກທີ່ໃຊ້ໃນການຜູກລ່າມມີຄວາມຍາວປະມານ 5-10 ແມັດ, ການລ້ຽງແບບນີ້ຜູ້ລ້ຽງຈະຕ້ອງມີນໍ້າ ແລະ ອາຫານແຮ່ທາດມີໄວ້ໃຫ້ສັດກິນເປັນປະຈໍາດ້ວຍ, ໃນເວລາກາງຄືນຕ້ອງນໍາເອົາແບ້ໄປໄວ້ໃນຄອກ, ການຜູກລ່າມຄວນເລືອກພື້ນທີ່ທີ່ມີຮົ່ມໄມ້ ທີ່ພໍ່ສາມາດຫຼົບແດດຫຼົບຝົນໄດ້ ຖ້າຫາກຈະໃຫ້ດີເມື່ອຝົນຕົກຄວນໃຫ້ນໍາແບ້ໄປໄວ້ໃນຄອກລ້ຽງ.
ການລ້ຽງແບບປ່ອຍ:
  -  ການລ້ຽງແບບປ່ອຍນີ້ມັກຈະປ່ອຍໃຫ້ແບ້ຫາກິນເອງຕາມທໍາມະຊາດໃນເວລາກາງເວັນໂດຍມີເຈົ້າຂອງດູແລຕະຫຼອດເວລາ ຫຼື ເປັນບາງເວລາເທົ່ານັ້ນ. 
  -  ລັກສະນະການລ້ຽງແບບນີ້ເປັນທີ່ນິຍົມລ້ຽງຫຼາຍໃນບ້ານເຮົາເພາະເປັນການລ້ຽງທີ່ປະຢັດ. 
  -  ຊາວກະສິກອນບໍ່ຕ້ອງໄດ້ຕັດຫຍ້າມາໃຫ້ແບ້ກິນ, ການປ່ອຍໃຫ້ຊອກຫາກິນອາດປ່ອຍໃນສວນຜັກຫຼັງຈາກການເກັບກ່ຽວ ຫຼື ອາດຈະປ່ອຍໃຫ້ກິນຕາມສວນຢາງ.
  -  ນີ້ກໍ່ຍ້ອນວ່າ: ແບ້ສາມາດກິນຫຍ້າໄດ້ຫຼາຍ
  -  ຕ້ອງລະວັງຢ່າໃຫ້ທໍາລາຍຜົນລະປູກຂອງທ່ານ ຫຼື ຜູ້ອື່ນ. ທັງນີ້ກໍຍ້ອນວ່າ: ແບ້ສາມາດກິນຫຍ້າໄດ້ຫຼາຍຊະນິດ.
  -  ການປ່ອຍແບ້ຊອກຫາອາຫານກິນບໍ່ຄວນປ່ອຍໃນເວລາແດດຮ້ອນໂພດ ຫຼື ໃນໄລຍະຝົນກໍາລັງ ແບ້ອາດຈະເຈັບປ່ວຍໄດ້. 
  -  ໂດຍປົກກະຕິແລ້ວຊາວກະສິກອນມັກປ່ອຍແບ້ຫາກິນໃນຕອນສວຍແລ້ວໄລ່ເຂົາຄອກໃນຕອນທ່ຽງ ຫຼື ປ່ອຍແບ້ອອກຫາກິນອີກໃນຕອນບ່າຍແລ້ວໄລ່ເຂົ້າຄອກໃນຕອນແລງ.
  -  ຖ້າຫາກວ່າມີຫຍ້າອຸດົມສົມບຸນແບ້ຈະຫາກິນພຽງແຕ່ 1-2 ຊົ່ວໂມງກໍ່ພໍແລ້ວ. 
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ