ວັກຊິນປ້ອງກັນອະຫິວາໝູ

Sakhone INTHAVONG
ການແຜ່ລະບາດ ແລະ ການສັກວັກຊິນປ້ອງກັນອະຫິວາໝູ
ຊີວະນາໆພັນກະສິກຳ
ວັກຊິນປ້ອງກັນອະຫິວາໝູ
phakhaolao.la

ອະຫິວາໝູແມ່ນພະຍາດທີ່ເກີດຈາກເຊື້ອໄວຣັສ ເປັນພະຍາດຮ້າຍແຮງຊະນິດໜຶ່ງເກີດກັບໝູໄດ້ທຸກໆຊ່ວງອາຍຸ.

ອາການ:

  1. ໄຂ້ຂຶ້ນສູງ (41 ອົງສາ).
  2. ມີຂີ້ຕາຫຼາຍ, ບໍ່ກິນອາຫານ, ຫາຍໃຈຫອບ ແລະ ຫິວນ້ຳຕະຫຼອດ.
  3. ມັກນອນຈຸ້ມກັນ, ຫາຍໃຈຝືດ ແລະ ຖອກທ້ອງ.
  4. ມີຕຸ່ມຊ້ຳຕາມບໍລິເວນໃບຫູ, ຫວ່າງຂາ ແລະ ພື້ນທ້ອງ, ຂາຫຼັງອ່ອນເພຍ.
  5. ໝູທີ່ຕິດເຊື້ອຈະສະແດງອາການພາຍໃນ 57 ວັນ ຫຼັງໄດ້ຮັບເຊື້ອ.
  6. ມີອາການຮາກ, ຖອກທ້ອງ ສຸດທ້າຍຈະມີອາການອ່ອນເພຍ ແລະ ຍ່າງເຊໄປມາ.
  7. ໝູທີ່ຕິດເຊື້ອອັດຕາການຕາຍປະມານ 80-100 ເປີເຊັນ.

ພະຍາດອະຫິວາສາມາດຕິດຕໍ່ໂດຍທາງກົງ ແລະ ທາງອ້ອມ ຄື: 

ທາງກົງ: ເຊື້ອພະຍາດຕິດຕໍ່ຈາກໝູທີ່ຕິດເຊື້ອ ໄປຫາໝູທີ່ມີສຸຂະພາບດີ ໂດຍການສຳຜັດໂດຍກົງຈາກໝູທີ່ລ້ຽງໃນຄອກດຽວກັນ ເຊິ່ງເຊື້ອໄວຣັສຈະອອກໂດຍຜ່ານນ້ຳມູກ, ນ້ຳລາຍ, ອາຈົມ ແລະ ນ້ຳຍ່ຽວ.

ທາງອ້ອມ: ເຊື້ອພະຍາດຕິດຕໍ່ຈາກໝູທີ່ຕິດເຊື້ອໄປຍັງໝູທີ່ສຸຂະພາບດີ ໂດຍຜ່ານຄົນ, ສັດລ້ຽງ, ນົກ, ແມງໄມ້ ແລະ ອຸປະກອນການລ້ຽງ.

ວິທີການປ້ອງກັນ: ແມ່ນມີວັກຊີນສະເພາະສຳລັບໝູນ້ອຍທີ່ຈະລ້ຽງເປັນໝູຊີ້ນທີ່ເກີດຈາກແມ່ທີ່ມີພູມຄຸ້ມກັນແລ້ວ, ໃຫ້ສັກເຂັມທຳອິດເມື່ອອາຍຸໄດ້ 6 ອາທິດ ແລະ ສັກເຂັມທີ່ 2 ຫຼັງຈາກອາຍຸໄດ້ 6 ເດືອນ. ສຳລັບໝູທີ່ແມ່ບໍ່ມີພູມຄຸ້ມກັນ ຫຼື ແມ່ທີ່ບໍ່ເຄີຍສັກຢາກັນອະຫິວາມາກ່ອນ ແມ່ນເລີ່ມສັກແຕ່ອາຍຸໄດ້ເດືອນ 1 ອາທິດຂຶ້ນ ແຕ່ຕ້ອງພິຈາລະນາເບິ່ງວ່າໝູແຂງແຮງແລ້ວບໍ. ສ່ວນໝູທີ່ຈະລ້ຽງເປັນພໍ່ແມ່ພັນໄລຍະທຳອິດແມ່ນໃຫ້ປະຕິບັດຄືກັບໝູນ້ອຍທີ່ລ້ຽງສຳລັບໝູຊີ້ນ ແຕ່ຫຼັງຈາກນັ້ນໃຫ້ສັກວັກຊີນປ້ອງກັ່ນທຸກໆ 1 ປີ ແລະ ທີ່ສຳຄັນຫ້າມສັກໃຫ້ໝູທີ່ກຳລັງຖືພາ.

ການນຳໃຊ້: 

    ແມ່ນນຳເອົາຢາແກ້ວ 10 ເຂັມປະສົມກັບນ້ຳ 10 ມລ, ແລ້ວສັກເຂົ້າກ້າມຊີ້ນຄໍ ຫຼື ກ້າມຂາຫຼັງດ້ານໃນ ປະລິມານໂຕລະ 1 ມລ, ຢາທີ່ປະສົມແລ້ວຄວນໃຊ້ໃຫ້ໝົດພາຍໃນ 2 ຊົ່ວໂມງ, ບໍ່ຄວນໃຊ້ເຫຼົ້າ ຫຼື ຢາຂ້າເຊື້ອອື່ນໆເຊັດຕາມບໍລິເວນສັກຢາກ່ອນ ຫຼື ຫຼັງ.

ສ່ວນປະກອບຂອງວັກຊິນ: 

    ແມ່ນຖືກປຸງແຕ່ງມາຈາກມ້າມ ແລະ ລູກໝູ, ລຳໄສ້ຂອງກະຕ່າຍ ທີ່ປູກເຊື້ອພັນວັກຊີນໄວຣັສອະຫິວາໝູ ທີ່ບົດປະສົມກັບເຊຣອມມ້າ ຫຼື ກະຕ່າຍແລ້ວນຳໄປ ເຮັດແຫ້ງດ້ວຍຄວາມເຢັນໃນລະບົບສູນອາກາດ, ວັກຊີນອະຫິວາໝູແມ່ນວັກຊີນເຊື້ອຊະນິດຝຸ່ນ.

ໄລຍະພູມຄຸ້ມກັນ:

    ຫຼັງຈາກການສັກວັກຊີນໄດ້ 2 ອາທິດ ໝູຈະມີພູມຄຸ້ມກັນໃນການປ້ອງກັນພະຍາດດັ່ງກ່າວໂດຍສາມາດຄຸ້ມກັນພະຍາດໄດ້ 1 ປີ.

ການເກັບຮັກສາ:

    ສາມາດເກັບຮັກສາໄວ້ໃຊ້ພາຍໃນ 3 ເດືອນ ໃນອຸນຫະພູມ 4 ອົງສາ, ສຳລັບເວລາຂົນຍ້າຍວັກຊີນແມ່ນຫ້າມບໍ່ໃຫ້ຖືກແສງແດດ.

ການບັນຈຸ:

    ແກ້ວ 30 ເຂັມ, ປະສົມກັບນ້ຳ 100 ມລ.

ຂໍ້ມູນຈາກ: ກົມລ້ຽງສັດ ແລະ ການປະມົງ

ການປະກອບສ່ວນ