ລ້າງຜັກ ແລະ ໝາກໄມ້ແນວໃດ ເພື່ອຄວາມປອດໄພບໍ່ໃຫ້ສານພິດຕົກຄ້າງ

bouavone
ຜັກ ແລະ ໝາກໄມ້ອຸດົມໄປດ້ວຍສານອາຫານທີ່ເຮັດໃຫ້ຮ່າງກາຍແຂງແຮງ, ແຕ່ຢ່າລືມຕ້ອງແນ່ໃຈວ່າພືດຜັກ ຫຼື ໝາກໄມ້ທີ່ຮັບປະທານນັ້ນຕ້ອງສະອາດ ເພື່ອຮັບປະກັນຄວາມປອດໄພ ພວກເຮົາມີວິທີແນະນຳດ້ານລຸ່ມນີ້:
ແນະນຳວິທີເຮັດ
ລ້າງຜັກ ແລະ ໝາກໄມ້ແນວໃດ ເພື່ອຄວາມປອດໄພບໍ່ໃຫ້ສານພິດຕົກຄ້າງ
www.phakhaolao.la

     ຖ້າຫາກເຮົາລ້າງຜັກ ແລະ ໝາກໄມ້ບໍ່ສະອາດ ສານຕົກຄ້າງຈະທໍາລາຍຮ່າງກາຍໄດ້ ເຊິ່ງຈະມີອາການທີ່ແຕກຕ່າງກັນໄປໃນແຕ່ລະຊະນິດຂອງສານພິດທີ່ຕົກຄ້າງເຊັ່ນ: ປວດຮາກ, ເຈັບທ້ອງ, ແໜ້ນເອິກ, ຕາຟາງ ຈົນໄປເຖິງເປັນພິດຕໍ່ມ້າມ ຫຼື ລະບົບປະສາດ ລວມໄປເຖິງສ່ຽງຕໍ່ການເປັນພະຍາດມະເຮັງ.

  • ວິທີລ້າງຜັກ ແລະ ໝາກໄມ້ ບໍ່ໃຫ້ມີສານຕົກຄ້າງ
  1. ລ້າງຜັກໃສ່ບ່ອນທີ່ມີນໍ້າໄຫຼຜ່ານ ແລະ ໃຊ້ມືຊ່ວຍບີ່ໃບຜັກອອກລ້າງປະມານ 2 ນາທີ ຈະຊ່ວຍຫຼຸດສານພິດອອກໄດ້ເຖິງ 60%
  2. ໃຊ້ນໍ້າສົ້ມສາຍຊູ 1 ບ່ວງແກງປະສົມກັບນໍ້າອຸ່ນ 20 ລິດ ແລ້ວນໍາເອົາໝາກໄມ້ລົງແຊ່ປະໄວ້ປະມານ 15 ນາທີ ແລະ ລ້າງອອກດ້ວຍນໍ້າສະອາດຈະຊ່ວຍຫຼຸດສານພິດໄດ້ເຖິງ 80%
  3. ໃຊ້ໂຊດຽມໄບຄາໂບເນັດ 1 ບ່ວງແກງ ປະສົມກັບນໍ້າອຸ່ນ 20 ລິດ ແລ້ວນໍາເອົາໝາກໄມ້ມາແຊ່ປະໄວ້ປະມານ 15 ນາທີກໍຈະຊ່ວຍຫຼຸດສານພິດທີ່ຕົກຄ້າງໄດ້ເຖິງ 90%
  4. ໃຊ້ຖ່ານ activated carbon ແຊ່ໝາກໄມ້ໂດຍປະສົມຜົງຖ່ານ 1 ບ່ວງກາເຟຕໍ່ນໍ້າ 5 ລິດ ແລ້ວນໍາໝາກໄມ້ມາແຊ່ປະໄວ້ ຈາກນັ້ນລ້າງອອກດ້ວຍນໍ້າສະອາດ ວິທີນີ້ຈະຊ່ວຍດູດເອົາສານເຄມີ ສີ ແລະ ກິ່ນຈາກຜັກ ແລະ ໝາກໄມ້ໄດ້ຫຼາຍກ່ວາ 90%.

ຄວນເລືອກຊື້ຜັກຈາກຕະຫຼາດກະສິກຳສະອາດ ຫຼື ກະສິກຳອິນຊີ ທີ່ໄດ້ຮັບຮອງຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ການປະກອບສ່ວນ