ມັນດ້າງໃຫ້ຄຸນປະໂຫຍດຫຼາຍກວ່າທີ່ຄິດ

Bouavone
ຊີວະນາໆພັນກະສິກຳ
www.phakhaolao.la

     ມັນດ້າງ (Ipomoea batatas (L.) Lam.)ເປັນພືດລົ້ມລຸກທີ່ມີອາຍຸຫຼາຍປີ, ໂດຍຫົວຂອງມັນດ້າງຈະເກີດຈາກການຂະຫຍາຍຕົວຂອງຮາກ ຊື່ງເນື້ອໃນຮາກ ແລະ ສີຫົວອາດຈະແຕກຕ່າງກັນໄປຕາມ ແຕ່ລະສາຍພັນໂດຍອາດຈະເປັນສີແດງ, ສີເຫຼືອງ, ສີຂາວ ຫຼື ສີນວນ ເຊິ່ງໂດຍທົ່ວໄປແລ້ວມັນດ້າງຈະໃຫ້ຄຸນປະໂຫຍດດັ່ງຕໍ່ໄປນີ້: 

  • ບໍາລຸງສາຍຕາ:  ມັນດ້າງມີສານເບຕາແຄໂຮທີນ ຊຶ່ງເປັນກຸ່ມສານຕ້ານອະນຸມູນອິດສະຫຼະທີ່ພົບໃນຜັກ ແລະ ໝາກໄມ້ທີ່ມີສີເຫຼືອງ ເມື່ອເຂົ້າໄປໃນຮ່າງກາຍແລ້ວ ສານເບຕາແຄໂຮທີນຈະປ່ຽນເປັນວິຕາມິນເອ ຊຶ່ງເປັນສານທີ່ສໍາຄັນທີ່ຊ່ວຍບໍາລຸງສາຍຕາກະຕຸ້ນການເຮັດວຽກຂອງໂຕຮັບແສງໃນດວງຕາ ແລະ ຍັງມີແມນໂທໄຊຍານິນ (Anthocyanin) ທີ່ຊ່ວຍຫຼຸດຄວາມສູນເສຍຈຸລັງໃນດວງຕາອີກດ້ວຍ.
  • ຕ້ານພະຍາດມະເຮັງ: ມັນດ້າງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ໜຶ່ງໃນນັ້ນຄືແຄໂຮທີນນອຍ (Carotenoid) ຊຶ່ງຈາກການວິໄຈພົບວ່າ ການຮັບປະທານອາຫານທີ່ມີສານແຄໂຮທີນນອຍ ມີສ່ວນຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງໄດ້ ຫຼື ຖ້າຫາກເປັນມັນມ້ວງຈະມີແອນໂທໄຊຍານິນທີ່ມີສ່ວນຫຼຸດໂອກາດໃນການເປັນພະຍາດມະເຮັງລໍາໄສ້ໃຫຍ່ ຫຼື ມະເຮັງຮູທະວານໄດ້.
  • ດີຕໍ່ລໍາໄສ້: ມັນດ້າງມີເສັ້ນໃຍ 2 ຊະນິດໄດ້ແກ່ເສັ້ນໃຍທີ່ລະລາຍໃນນໍ້າໄດ້ ແລະ ເສັ້ນໃຍທີ່ລະລາຍໃນນໍ້າບໍ່ໄດ້ ໂດຍເສັ້ນໃຍທີ່ລະລາຍໃນນໍ້າໄດ້ຈະເຂົ້າໄປດູດຊືມນໍ້າໃນລະບົບທາງເດີນອາຫານ ແລະ ເຮັດໃຫ້ການຖ່າຍໜັກງ່າຍຂຶ້ນ, ປ້ອງກັນອາການແໜ້ນທ້ອງ ເມື່ອເສັ້ນໄຍທັງ 2 ຊະນິດລວມຕົວກັນກັບກຸ່ມແບັດທິເລຍຊັ້ນດີໃນລໍາໄສ້ກໍຈະໄປກະຕຸ້ນໃຫ້ເກີດການຜະລິດສານປະກອບຊະນິດກົດໄຂມັນເພື່ອເປັນພະລັງງານໃນລໍາໄສ້ ເຮັດໃຫ້ລໍາໄສ້ແຂງແຮງ ຍ່ອຍອາຫານ ແລະ ດູດຊືມອາຫານໄດ້ດີ.
  • ຫຼຸດຄວາມສ່ຽງຂອງພາວະຂາດວິຕາມິນເອ: ວິຕາມິນເອເປັນວິຕາມິນທີ່ສໍາຄັນທີ່ມີສ່ວນຊ່ວຍບໍາລຸງໃຫ້ລະບົບພູມຄຸ້ມກັນແຂງແຮງ ຕ້ານການອັກເສບຈຸລັງ ທັງຍັງຊ່ວຍບໍາລຸງສາຍຕາອີກດ້ວຍ ຜູ້ທີ່ມີພາວະຂາດວິຕາມິນເອ ຄວນທີ່ຈະຮັບປະທານມັນດ້າງ ເນື່ອງຈາກວ່າເປັນພືດທີ່ໃຫ້ວິຕາມິນສູງ ເພາະການຮັບປະທານມັນດ້າງໜື້ງ ຫຼື ຕົ້ມ ພຽງ 100-200 g ຮ່າງກາຍຈະໄດ້ຮັບວິຕາມິນເອ  400-769 ເປີເຊັນຕໍ່ປະລິນມານວິຕາມິນເອທີ່ຮ່າງກາຍຄວນໄດ້ຮັບໃນແຕ່ລະມື້ ຊຶ່ງຫຼາຍພໍທີ່ຈະຊ່ວຍປ້ອງກັນຫຼຸດຄວາມສ່ຽງຂອງການຂາດວິຕາມິນເອໄດ້.
  • ຄວບຄຸມລະດັບນໍ້າຕານໃນເລືອດ: ເຖິງແມ່ນວ່າມັນດ້າງຈະເປັນອາຫານຈໍາພວກແປ້ງ ຫຼື ຄາໂບໄຮເດດ ແຕ່ກໍເປັນອາຫານທີ່ໃຫ້ໄຟເບີສູງ ຊຶ່ງປະລິມານໄຟເບີສູງນີ້ເມື່ອເຂົ້າສູ່ຮ່າງກາຍແລ້ວຈະເຮັດໃຫ້ການເຜົາຜານແປ້ງໄດ້ຊ້າລົງ ເມື່ອຄາໂບໄຮເດດໄດ້ຊ້າລົງກໍຈະເຮັດໃຫ້ລະດັບນໍ້າຕານກລູໂຄສໃນເລືອດກໍ່ຈະຫຼຸດລົງໄປນໍາ ການກິນມັນດ້າງຈຶ່ງມີສ່ວນຊ່ວຍປ້ອງກັນຄວາມສ່ຽງຂອງລະດັບນໍ້າຕານໃນເລືອດສູງໄດ້.
  • ຫຼຸດຄວາມດັນຂອງເລືອດ: ມັນດ້າງເປັນອີກໜື່ງອາຫານທີ່ອຸດົມໄປດ້ວຍສານໂພເທສຊຽມ ມັນດ້າງສຸກໜື່ງຖ້ວຍສາມາດໃຫ້ສານໂພເທສຊຽມຫຼາຍເຖິງ  950 mg  ຊຶ່ງຫຼາຍກວ່າສານໂພເທສຊຽມໃນກ້ວຍສອງເທົ່າ ສານໂພເທສຊຽມຈະເຂົ້າໄປຊ່ວຍຂະຫຍາຍຫຼອດເລືອດ ແລະ ກໍາຈັດເອົາໂຊດຽມກັບຂອງເເຫຼວສ່ວນເກີນອອກຈາກຮ່າງກາຍ ເຮັດໃຫ້ລະບົບໄຫຼວຽນຂອງເລືອດເຮັດວຽກໄດ້ດີ ທັງຊ່ວຍຫຼຸດຄວາມສ່ຽງຂອງຄວາມດັນເລືອດສູງອີກດ້ວຍ.
ການປະກອບສ່ວນ