ມອກໄກ່ ( ໝົກໄກ່ )

bouavone thipphavanh
ໝົກໄກ່ ( ມອກໄກ່ ) ເມນູອາຫານພື້ນບ້ານຂອງຊາວເມືອງຄໍາທີ່ນິຍົມເຮັດກິນ
ເຮືອນຄົວລາວ
ໝົກໄກ່ ( ມອກໄກ່ ) ໜຶ່ງໃນເມນູອາຫານພື້ນບ້ານຂອງຊາວເມືອງຄໍາທີ່ນິຍົມເຮັດກິນ
www.phakhaolao.la

 

ສ່ວນປະກອບ

  • ຊີ້ນໄກ່     2 ຖ້ວຍ 
  • ຫອມບົ່ວ 5-6 ຕົ້ນ
  • ໝາກເຜັດດິບ 5 ໜ່ວຍ 
  • ຜັກຊີ  5 ຕົ້ນ
  • ໝາກແຄ່ນ 10-15 ໜ່ວຍ
  • ເຂົ້າເບືອ  1 ຖ້ວຍນ້ອຍ
  • ເກືອ   1 ບ່ວງກາເຟ

ວິທີການ

  1.  ກຽມເຂົ້າເບືອ ໂດຍນໍາເຂົ້າສານໄປແຊ່ນໍ້າປະມານ 5-8 ນາທີ ແລ້ວນໍາມາຕໍາໃຫ້ລະອຽດ
  2.  ຕັດຊີ້ນໄກ່ໃຫ້ໄດ້ຂະໜາດຕາມທີ່ຕ້ອງການ 
  3. ຕໍາໝາກແຄ່ນ ໝາກເຜັດດິບ ແລະ ເກືອໃຫ້ລະອຽດແລ້ວນໍາມາປະສົມກັບຊີ້ນໄກ່
  4. ກະກຽມໃບຕອງ ໂດຍການນໍາໃບຕອງໄປລົນໄຟໃຫ້ອ່ອນ
  5. ຈາກນັ້ນນຳຊີ້ນທີ່ປຸ່ງໄວ້ນັ້ນນຳມາຫໍ່ດ້ວຍໃບຕອງແລ້ວມັດໃຫ້ແໜ້ນ ຫຼັງຈາກນັ້ນນໍາໄປໜຶ້ງປະມານ 20-30 ນາທີ.

ແຫຼ່ງຂໍ້ມູນ: ແມ່ລີ ອາຍຸ 59 ປີ ເມືອງຄໍາ ແຂວງຊຽງຂວາງ

ການປະກອບສ່ວນ