ວິທີຫໍ່ໝົກ ຫຼື ແອບ

Andy Souvanhphukdee
ອາຫານເກືອບທຸກຢ່າງໃນລາວ ນິຍົມໃຊ້ໃບຕອງເພື່ອຫໍ່ ແລະ ຍັງມີວິທີການຫໍໍ່ ຫຼາກຫຼາຍຮູບແບບເຊັ່ນ ສາມຫຼ່ຽມ, ກົມຍາວ ແລະ ແປ. ໃນຫຼວງນໍ້າທາຈະເອີ້ນຫໍ່ໝົກທີ່ນຳໄປປີ້ງ ວ່າແອບ, ຫຼວງພະບາງເອີ້ນວ່າຄະນາບ ແລະ ວຽງຈັນເອີ້ນວ່າ ຄະແນບ
ເຮືອນຄົວລາວ
phakhaolao.la

ວິທີການເຮັດຫໍ່ ຫຼື ໝົກ
  1. ຕັດໃບຕອງໃຫ້ໄດ້ຂະໜາດ 25 x 30 ຊມ (ແຕ່ລະຫໍ່ ໃຊ້ 2 ໃບ). ນຳໃບຕອງໄປຕົ້ມນ້ຳ ຈົນກ່ວາຈະອ່ອນ ເພື່ອຄວາມສະດວກ ແລະ ງ່າຍ ໃນເວລາ ຫໍ່

phakhaolao

  2.  ວາງຕອງທັງສອງໃບຂະໜານ ຫຼື ຂ່ວຍກັນ, ຕັກສ່ວນປະສົມທີ່ຈະຫໍ່ ໃສ່ເຄິ່ງກາງລະຫວ່າງຕອງທັງສອງໃບ ໃຫ້ພໍປະມານ
  3.  ໃຊ້ມືພັບສອງຂ້າງເຂົ້າຫາກັນ
  4.  ຈັບປາຍສົ້ນທັງສອງຂ້າງໃສ່ກັນ, ຄວນໃຫ້ເຄິ່ງກາງແໜ້ນ

phakhaolao
kees Sprengers (Food from Northern Lao)

  5.  ພັບສອງສົ້ນຂວາ ແລະ ຊ້າຍ ທີ່ເຫຼືອຫຼັງຈາກການໃສ່ສ່ວນປະສົມ ເຂົ້າຫາກັນ

phakhaolao
kees Sprengers

  6.  ພັບປາຍສົ້ນທີ່ເຫຼືອຢູ່ດ້ານເທິງເຂົ້າ

phakhaolaos

7.    ຂັດຫໍ່ໝົ້ກ ດ້ວຍໄມ້ນ້ອຍ ປາຍແຫຼມ

phakhaolao
kees Sprengers
phakhaolao
Kees Sprengers

ສຳເລັດແລ້ວ


ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ