ພືດໃກ້ຕົວທີ່ສາມາດຖອນພິດໄດ້

bouavone
ຮູ້ໄວ້ ພືດໃກ້ຕົວທີ່ສາມາດຖອນພິດໄດ້ທີ່ບໍ່ຄວນເບິ່ງຂ້າມ
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ຕົ້ນນາງແຊງ: ຮາກຕົ້ນນາງແຊງສາມາດເອົາມາຕົ້ມດື່ມຊ່ວຍຖອນພິດຄົນກິນຢາເບື່ອຢາເມົາ, ຊ່ວຍແກ້ເສມຫະເປັນພິດ,ຊ່ວຍແກ້ອາການພິດສຳແດງ, ຝົນແກ້ອາການເມົາພິດເຫັດ ແລະ ຫອຍ, ແກ້ພິດແມງມຸມໄດ້ດີ.

ຜັກຂາຂຽດ: ທັງຕົ້ນໃຊ້ຕົ້ມດື່ມເພື່ອແກ້ພິດຮ້ອນ, ຖອນພິດໄຂ້ ທັງນີ້ຍັງສາມາດເອົາມາຕົ້ມກັບຜັກກະເສດກິນແກ້ອາການເມົາຈາກພິດຂອງເຫັດ.

ອິນທະຫວາດົງ: ຮາກ ແລະ ເນື້ອໄມ້ ຕົ້ມດື່ມແກ້ເບື່ອເມົາ, ແກ້ພິດ ແລະ ຊ່ວຍຖອນພິດຈາກການເມົາເຫັດ

ລີ້ນກະບື: ໃບລີ້ນກະບືຕາກແຫ້ງໃຊ້ຊົງດື່ມເປັນຢາດັບພິດຮ້ອນ ແລະ ຖອນພິດໄຂ້.

ທອງແຮດ: ໃບເອົາມາຕໍາກັບເຂົ້າສານຄັ້ນເອົານໍ້າດື່ມເຮັດໃຫ້ປວດຮາກຊ່ວຍຖອນພິດເບື່ອເມົາ ຫຼື ອາຫານບໍ່ຍ່ອຍ.

ງ້ວນໃບໃຫຍ່: ຮັກສາເລືອດເປັນພິດ, ຊ່ວຍຖອນພິດ ແລະ ຊ່ວຍຂັບສານພິດອອກຈາກຮ່າງກາຍໄດ້ດີ.

ໜາມກະຈາຍ:  ຮາກໜາມກະຈາຍນຳມາຕົ້ມປະສົມກັບຮາກໝາກຂາມປ້ອມໃຊ້ແກ້ຖອນພິດທີ່ຖືສັດກັດ, ຊ່ວຍດັບພິດງູ, ຂັບພິດຝີທຸກຊະນິດ ແລະ ຊ່ວຍດັບພິດຝີ.

ຕົ້ນໝາກນ້ຳ:ໃບສົດນຳມາປະສົມກັບເຫຼົ້າຂາວຄັ້ນເອົາແຕ່ນ້ຳ ຫຼື ໃຊ້ໃບສົດປະສົມກັບຂີ້ງົວແຫ້ງ ຫຼື ຂີ້ງົວສົດໃຫ້ເຂົ້າກັນຈົນໄດ້ທີ່ແລ້ວປະສົມເຫຼົ້າຂາວ 40 ດີກີ (ການປະສົມຂີ້ງົວ ໃນຂີ້ງົວມີແອມໂມເນຍເຮັດໃຫ້ເຢັນ ແລະ ຖອນພິດອັກເສບໄດ້ດີກວ່າຢາໂຕອື່ນ) ໃຊ້ເປັນຢາທາຖອນພິດຮ້ອນ ແລະ ດັບພິດໄດ້ດີ.  

ໝາກເຂົ້າ: ຮາກໝາກເຂົ້ານໍາມາໃຊ້ຕົ້ມນໍ້າດື່ມສາມາດຊ່ວຍຖອນພິດຕ່າງໆໄດ້ໃນຮ່າງກາຍ.

 

ການປະກອບສ່ວນ